ເຖິງເວລາເໝາະສົມ! ເບີນາໂດ້ ຊີລວາ ແຈ້ງຕໍ່ແມນຊິຕີ້ ຕ້ອງການຍ້າຍທີມ ໃນລະດູຮ້ອນນີ້

Manchester Evening news ລາຍງານຂ່າວວ່າ ເບີນາໂດ້ ຊີລວາ ກອງກາງໂຕເກັ່ງຂອງ ແມນເຊັສເຕີ ຊິຕີ້ ແຈ້ງກັບສະໂມສອນວ່າຕ້ອງການຍ້າຍທີມໃນຊ່ວງຊຳເມີ້ນີ້.

ດາວເຕະອາຍຸ 28 ປີ ເປັນກໍາລັງສໍາຄັນທີ່ຊ່ວຍໃຫ້ເຮືອໃບສີຟ້າຄວ້າ 3 ແຊ້ມ ໃນລະດູການທີ່ຜ່ານມາ. ໂດຍລົງຫລິ້ນໄປເຖິງ 55 ນັດໃນການແຂ່ງຂັນລວມທັງລາຍການທັງຫມົດ.

ຢ່າງໃດກໍ່ຕາມ, ມີລາຍງານວ່າລາວໄດ້ແຈ້ງສະໂມສອນແລ້ວວ່າລາວຕ້ອງການຍ້າຍທີມໃນຊ່ວງລະດູຮ້ອນນີ້. ຫລັງທີ່ຕົກເປັນຂ່າວກັບທີມໃຫຍ່ທົ່ວເອີຣົບມາຫລາຍລະດູການ.

ໂດຍທີມທີ່ຕິດພັນກັບ ເບີນາໂດ້ ລວມມີ ບາເຊໂລນາ, ເປແອສເຊ ແລະ ບາເຢິນ ມິວນິກ, ເຊິ່ງຄ່າໂຕຂອງເຂົາຄາດວ່າເຂົາຈະຢູ່ປະມານ 75 ລ້ານປອນ.