ແມມຢູ ມີແວວຂາຍ ຊານໂຊ້ ໃຫ້ກັບ ສະເປີ ແລກເງິນ 60 ລ້ານປອນໂດຍນັກເຕະຍັງເຫລືອ ສັນຍາເຖິງປີ 2026

ເດລີ ສະຕາ ເປີດເຜີຍວ່າ ເອຣິກ ເທນຮາກ ຜູ້ຈັດການທີມ ແມນເຊັສເຕີ ຢູໄນເຕັດ ສະແດງທ່າທີ່ໝົດຄວາມອົດທົນກັບ ຈາໂດນ ຊານໂຊ້ ແລະ ມີແນວໂນ້ມທີ່ຈະຂາຍດາວລຸ້ງທີມຊາດອັງກິດໃຫ້ກັບ ທັອດແນມ ຮັອດສະເປີ ທີມຮ່ວມລີກ ໂດຍ ສະເຕໂຄກລູ ຜູ້ຈັດການທີມຄົນໃໝ່ ຕ້ອງການມາເສີມທີມ.

ຊານໂຊ້ ອາຍຸ 23 ປີ ຕົກເປັນຂ່າວຕິດພັນກັບສະໂມສອນແຫ່ງ ລອນດອນ ທັນທີທີ່ພວກເຂົາແຕ່ງຕັ້ງຄຸຝຶກຊາວ ອອສເຕຣເລຍ ເຂົ້າມາແທນ ອັນໂຕນິໂອ ຄອນເຕ້ ໂດຍມີລາຍງານວ່າ ສະເປີ ພ້ອມທີ່ຈະສະເໜີເງິນ 50 ລ້ານປອນ ໃຫ້ ຜີສາດແດງ ພິຈາລະນາ.

ກ່ຽວ​ກັບ​ກໍລະນີ​ດັ່ງກ່າວ, ວັນ​ທີ 11 ມິຖຸນາ​ນີ້, ​ເດລີ​ສະຕາ ​ໃຫ້​ຮູ້​ວ່າ ​ເທນ​ຮາກ ສະ​ແດງ​ທ່າ​ທີ​ພ້ອມ​ທີ່​ຈະ​ຂາຍອະດີດດາວເຕະ ​ໂບຣຸສເຊຍ ດອດ​ມຸນ ທີ່​ຍ້າຍ​ໄປ​ແມນ​ເຊັສ​ເຕີ ຢູ​ໄນ​ເຕັດ ​ໃນ​ປີ 2021 ດ້ວຍ​ລາຄາ​ສູງ​ເຖິງ 73 ລ້ານ​ປອນ, ແຕ່ລາວບໍ່ສາມາດຕອບແທນ ໂຮງລະຄອນແຫ່ງຄວາມຝັນໄດ້ເລີຍ.