ທຳລາຍສິນຄ້າປອມແປງ, ລອກຮຽນແບບ ປະເພດນໍ້າມັນເຄື່ອງ ແລະ ນໍ້າມັນເກຍ ຍີ່ຫໍ້ ກາຊ້າງ ຈໍານວນ 6.864 ຕຸກ ທີ່ຢຶດມາຈາກແຂວງຈໍາປາສັກ

ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ທໍາລາຍສິນຄ້າປອມແປງ, ລອກຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າ ທັງບໍ່ຮັບປະກັນຄຸນນະພາບ ປະເພດສິນຄ້ານໍ້າມັນເຄື່ອງ ແລະ ນໍ້າມັນເກຍ ຍີ່ຫໍ້ ກາຊ້າງ ຈໍານວນ 6.864 ຕຸກ ທີ່ຢຶດມາຈາກແຂວງຈໍາປາສັກ, ມູນຄ່າຫລາຍຮ້ອຍກວ່າລ້ານກີບ,  ເພື່ອເປັນການປັກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຜູ້ຊົມໃຊ້, ທັງເປັນການປົກປ້ອງສິດຂອງເຈົ້າຂອງຊັບສິນທາງປັນຍາທີ່ໄດ້ຈົດທະບຽນຖືກຕ້ອງ ຢູ່ ສປປ ລາວ.  ການທຳລາຍໄດ້ຈັດຂຶ້ນໃນວັນທີ 10 ມິຖຸນາ 2023 ທີ່ໂຮງງານກັ່ນນໍ້າມັນເຕົາພັນເພັດ ຫລັກ 33, ເມືອງ ໄຊທານີ ນະຄອນຫລວງວຽງຈັນ, ເປັນປະທານຂອງ ທ່ານ ບຸນຈັນ ລໍວັນໄຊ ຮອງຫົວໜ້າກົມການຄ້າພາຍໃນ ແລະ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເດືອນພຶດສະພາ 2023, ກົມການຄ້າພາຍໃນ, ກະຊວງ ອຄ ໃນນາມອົງການຈັດຕັ້ງປະຕິບັດວຽກງານກວດກາການຄ້າຂັ້ນສູງກາງ ໄດ້ແຕ່ງຕັ້ງເຈົ້າໜ້າທີ່ກວດກາການຄ້າ ກົມການຄ້າພາຍໃນ ກະຊວງ ອຄ, ກົມຕໍາຫລວດເສດຖະກິດ, ກົມຕໍາຫລວດສິ່ງແວດລ້ອມ, ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບພະແນກ ອຄ ແຂວງຈໍາປາສັກ ພ້ອມດ້ວຍອໍານາດການປົກຄອງທ້ອງຖິ່ນ. ລົງເຄື່ອນໄຫວຕິດຕາມກວດກາເປົ້າໝາຍການນໍາເຂົ້າ ແລະ ຈໍາໜ່າຍສິນຄ້າປອມແປງ, ລອກຮຽນແບບ, ລະເມີດເຄື່ອງໝາຍການຄ້າ ປະເພດນໍ້າມັນເຄື່ອງ ແລະ ນໍ້າມັນເກຍ ຍີ່ຫໍ້ກາຊ້າງ ຈໍານວນ 6.864 ຕຸກ, ມູນຄ່າຫລາຍຮ້ອຍກວ່າລ້ານກີບ, ສິນຄ້າດັ່ງກ່າວໄດ້ຢຶດມາຈາກແຂວງຈໍາປາສັກ ເພື່ອທໍາລາຍ.

ນີ້ແມ່ນປະຕິບັດຕາມກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບເລກທີ 01/ສພຊ, ລົງວັນທີ 20 ທັນວາ 2011; ກົດໝາຍວ່າດ້ວຍມາດຕະຖານ ສະບັບເລກທີ 49/ສພຊ, ລົງວັນທີ 18 ກໍລະກົດ 2014; ດຳລັດວ່າດ້ວຍການກວດກາການຄ້າ ສະບັບເລກທີ 508/ລບ, ລົງວັນທີ 04 ທັນວາ 2012; ແລະ ຂໍ້ຕົກລົງວ່າດ້ວຍການປະຕິບັດວຽກງານກວດກາການຄ້າ ສະບັບເລກທີ 1499/ອຄ.ກຄພນ, ລົງວັນທີ 08 ກັນຍາ 2017.