ໂຢໂຄວິກ ໄລ່ອັດ ຣຸດ ຄວ້າແຊ້ມເທນນິສ ເຟຣັນ ໂອເພນ ສະໄໝທີສາມ ພ້ອມສະຖິຕິທີ່ຍິ່ງໃຫຍ່

ໂນວັກ ໂຢໂຄວິກ ມື 3 ຂອງໂລກຈາກ ເຊີເບຍ ເອົາຊະນະ ແຄສເປີ ຣຸດ ມື 4 ຂອງໂລກຈາກ ນໍເວ ຄວ້າ​ແຊ້ມ​ເທັນ​ນິສເຟຣັນ ໂອເພນ ມາຄອງເປັນ​ຄັ້ງ​ທີ​ສາມ.

ການແຂ່ງຂັນເທັນນິສ ແກຣນ ສະແລມ ຄັ້ງທີ 2 ຂອງປີ, ລາຍການ ເຟຣັນ ໂອເພນ 2023, ທີ່ Roland Garos, ປາຣີ ປະເທດຝຣັ່ງ. ໃນວັນອາທິດ, ເມື່ອວັນທີ 11 ມິຖຸນາ 2023, ເປັນການແຂ່ງຂັນໃນຮອບຊີງຊະນະເລີດ.

ປະເພດຊາຍດ່ຽວຮອບຊີງຊະນະເລີດ ໂນວັກ ໂຢໂຄວິກ ມື 3 ຂອງໂລກ ຈາກເຊີເບຍ ແຊ້ມເກົ່າລາຍການນີ້ 2 ສະໄໝພົບກັບ ແຄສເປີ ຣຸດ ມື 4 ຂອງໂລກຈາກນໍເວ. ທັງສອງໄດ້ພົບກັນມາເຖິງສີ່ຄັ້ງ, ໂຢໂຄວິກ ຊະນະທັງຫມົດ.

ຜົນປະກົດວ່າເປັນ ໂຢໂຄວິກ ທີ່ເອົາຊະນະ ແຄສເປີ 3-0 ເຊັດ 7-6 (7-1), 6-3 ໃຊ້ເວລາແຂ່ງຂັນ 3 ຊົ່ວໂມງ 13 ນາທີ.

ດ້ວຍໄຊຊະນະດັ່ງກ່າວ ໂຢໂຄວິກ ຄວ້າແຊ໊ມລາຍການນີ້ໄປຄອງເປັນຄັ້ງທີ 3 ໂດຍກ່ອນໜ້ານີ້ຄວ້າແຊ໊ມໄດ້ໃນປີ 2016 ແລະ 2021 ເຮັດໃຫ້ລາວເປັນນັກເທນນິສທີ່ຄວ້າແຊ້ມຫລາຍທີ່ສຸດຕະຫລອດການໃນການແຂ່ງຂັນເທັນນິສ Grand Slam 23 ລາຍການ, ແຊງໜ້າ ຣາຟາເອລ ນາດາລ ຈາກສະເປນ ທີ່ເຮັດໄດ້ 22 ລາຍການ ເປັນທີ່ຮຽບຮ້ອຍ. ພ້ອມກັບກຽມຂຶ້ນເປັນເບີ 1 ຂອງໂລກອີກຄັ້ງ.