ຮອງລັດຖະມົນຕີ ປກສ ເນັ້ນໃຫ້ຄະນະພັກກົມ 512 ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນບັນຫາສໍາຄັນ

ໃນໂອກາດທີ່ສະຫາຍ ພົຕ ຄໍາກິ່ງ ຜຸຍຫລ້າມະນີວົງ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ຕໍາຫລວດ ເຂົ້າຮ່ວມພິທີປິດກອງປະຊຸມຄົບຄະນະກາງສະໄໝທີ I ຂອງຄະນະພັກຮາກກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ໃນວັນທີ 9 ມິຖຸນາ 2023, ເພື່ອເປັນທິດທາງໃຫ້ຄະນະພັກຮາກຖານກົມ 512 ໄດ້ນຳພາ-ຊີ້ນຳໃນຂັ້ນຕໍ່ໄປ ສະຫາຍ ພົຕ ຄໍາກິ່ງ ຜຸຍຫລ້າມະນີວົງ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຈົ່ງສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດບາງບັນຫາຄື:
- ຕ້ອງຖືເປັນສຳຄັນ ແລະ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ອົບຮົມອຸດົມຄະຕິ ແລະ ຈຸດໝາຍການປະຕິວັດຂອງພັກໃຫ້ສະມາຊິກພັກ, ນາຍ ແລະ ພົນຕຳຫລວດ ພາຍໃນກົມໃຫ້ເລິກເຊິ່ງ ເພື່ອສ້າງໃຫ້ມີຄວາມຕື່ນຕົວທາງດ້ານການເມືອງສູງ ຕິດພັນກັບການປັບປຸງວິທີການ, ຮູບການ ແລະ ເນື້ອໃນການໂຄສະນາສຶກສາອົບຮົມໃຫ້ແທດເໝາະກັບແຕ່ລະເປົ້າໝາຍ, ເສີມຂະຫຍາຍ ແລະ ເຊີດຊຸມູນເຊື້ອປະຕິວັດ, ມູນເຊື້ອຮັກຊາດ, ນ້ຳໃຈສາມັກຄີເປັນປຶກແຜ່ນແໜ້ນໜາ, ເພີ່ມທະວີທາດແທ້ຊົນຊັ້ນກຳມະກອນ ແລະ ລັກສະນະນໍາໜ້າຂອງພັກ, ກໍ່ສ້າງພັກ-ກໍ່ສ້າງພະນັກງານໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມີຄວາມສາມາດນຳພາໃນວຽກງານຕົວຈິງ ຕິດພັນກັບການດຳເນີນຊີວິດການເມືອງປົວແປງພາຍໃນພັກ ແລະ ຈັດຕັ້ງການຮ່ວມຊີວິດພັກໃຫ້ເປັນປົກກະຕິ ແລະ ມີເນື້ອໃນເລິກເຊິ່ງ.
- ສືບຕໍ່ສ້າງຄວາມເຂັ້ມແຂງການຈັດຕັ້ງພັກແຕ່ລະຂັ້ນ, ຢຶດໝັ້ນຫລັກການລວມສູນ ປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ, ເປັນແບບຢ່າງໃນລະບົບການເມືອງ ທັງເປັນແບບຢ່າງນຳໜ້າທາງດ້ານແນວຄິດ ແລະ ການກະທໍາເຂົ້າໃນທຸກຂົງເຂດວຽກງານ; ປັບປຸງແບບແຜນວິທີນຳພາ, ແບບແຜນວິທີເຮັດວຽກຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນໃຫ້ເປັນລະບົບເຂັ້ມແຂງ ເພື່ອຮັບປະກັນເຮັດສໍາເລັດ ໜ້າທີ່ການເມືອງຂອງຕົນ, ເປັນເຈົ້າການຕໍ່ສູ້ຕ້ານ ແລະ ກຳຈັດພະຍາດອາຍາສິດ, ຫາງເຫີນມະຫາຊົນ ແລະ ຂາດຄວາມຮັບຜິດຊອບ; ຕ້ານທັດສະນະແນວຄິດ ແລະ ການກະທຳທີ່ບໍ່ເຄົາລົບກົດລະບຽບຂອງພັກ, ກົດໝາຍຂອງລັດ, ມະຕິ ແລະ ຄຳສັ່ງຕ່າງໆຂອງຂັ້ນເທິງວາງອອກ; ຍົກສູງຄຸນະພາບຂອງສະມາຊິກພັກ ໂດຍຢຶດໝັ້ນຕາມກົດລະບຽບພັກ ກໍຄື 5 ຫລັກການ 3 ທິດນຳ ໃນການກໍ່ສ້າງພັກຢ່າງເຂັ້ມງວດ; ເອົາໃຈໃສ່ການກໍ່ສ້າງພັກ ແລະ ຂະຫຍາຍພັກ ໂດຍຖືຄຸນນະພາບເປັນກົກ, ເຊີດຊູການກໍ່ສ້າງໜ່ວຍພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ສືບຕໍ່ຮັກສານາມມະຍົດດັ່ງກ່າວໃຫ້ໄດ້ຢ່າງຕໍ່ເນື່ອງ.
- ເພີ່ມທະວີການນຳພາ-ຊີ້ນຳ ກ່ຽວກັບການບໍາລຸງ-ກໍ່ສ້າງພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໂດຍຕິດພັນກັບແຜນກໍານົດພະນັກງານໃນຂັ້ນກົມຄຸ້ມຄອງ ແລະ ສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງກົມ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານ.
- ສືບຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ເຂັ້ມແຂງ, ກະທັດຮັດ ແລະ ເຄື່ອນໄຫວວຽກງານມີປະສິດທິຜົນ ທັງໃຫ້ສອດຄ່ອງກັບທິດທາງປັບປຸງຂອງຂັ້ນເທິງ; ຖືສຳຄັນໃນການຊີ້ນຳວຽກງານກຳນົດພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ເປັນລະບົບ ພ້ອມທັງດໍາເນີນການປະເມີນຜົນຕໍ່ແຜນກຳນົດພະນັກງານທີ່ມີຢູ່ແລ້ວ ແລະ ປັບປຸງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ.
- ເພີ່ມທະວີການນຳພາໃນຂົງເຂດວຽກງານ ທີ່ຕົນຮັບຜິດຊອບໃຫ້ມີປະສິດທິຜົນຢ່າງຕັ້ງໜ້າ ແມ່ນຄວາມຈຳເປັນພາວະວິໄສ, ຍົກສູງບົດບາດການນຳພາ-ຊີ້ນຳວຽກງານວິຊາສະເພາະໃຫ້ມີຄຸນນະພາບ, ຍູ້ແຮງວຽກງານຕາມສາຍຕັ້ງໃຫ້ຂະຫຍາຍຕົວຢ່າງແຂງແຮງ, ຮັບປະກັນການເປັນເສນາທິການໃຫ້ກະຊວງ ແລະ ຂັ້ນເທີງ ກ່ຽວກັບວຽກງານຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ; ຈັດຕັ້ງການເຄື່ອນໄຫວສະພາວິທະຍາສາດ ກະຊວງປ້ອງກັນຄວາມສະຫງົບ ໃຫ້ມີປະສິດທິພາບ ປະກອບສ່ວນອັນສຳຄັນເຂົ້າໃນການປັບປຸງ-ກໍ່ສ້າງ ແລະ ພັດທະນາກຳລັງປ້ອງກັນຄວາມສະຫງົບໃຫ້ເຂັ້ມແຂງ ແລະ ທັນສະໄໝ.
- ຍົກສູງຄວາມສາມັກຄີພາຍໃນພັກເປັນປຶກແຜ່ນແໜ້ນໜາ, ຕັ້ງໜ້າເສີມຂະຫຍາຍ ຄວາມຮັບຜິດຊອບການເມືອງຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນໃຫ້ສູງຂຶ້ນ, ຕ້ອງເຂັ້ມງວດລະບອບນຳພາທີ່ມີການກວດກາຢ່າງມີແຜນການ, ເປັນລະບົບ ແລະ ຖືວຽກງານກວດກາເປັນວຽກງານປົກກະຕິ ແລະ ເປັນຄວາມຮັບຜິດຊອບໂດຍກົງໃນການນໍາພາຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ເອົາໃຈໃສ່ວຽກງານປ້ອງກັນກຳລັງ, ຮັບປະກັນໃຫ້ພາຍໃນມີຄວາມສະຫງົບ, ຖືເອົາການປ້ອງກັນ ແລະ ສະກັດກັ້ນເປັນຕົ້ນຕໍ, ເອົາການແກ້ໄຂເປັນສໍາຄັນ; ເພີ່ມທະວີການຕິດຕາມ, ກວດກາ, ຄຸ້ມຄອງ ແລະ ປ້ອງກັນພັກ-ປ້ອງກັນກຳລັງ ເພື່ອເສີມຂະຫຍາຍບົດບາດການນຳພາຂອງພັກ ໃຫ້ຮັບປະກັນໃນທຸກດ້ານ, ສະກັດກັ້ນ ແລະ ຕ້ານປາກົດການ “ຫັນປ່ຽນດ້ວຍຕົນເອງ” ແລະ “ເສື່ອມຄຸນທາດເອງ” ຢ່າງແຂງແຮງ, ກໍລະນີເກີດຢູ່ບ່ອນໃດ ແມ່ນຄະນະພັກຢູ່ບ່ອນນັ້ນເປັນເຈົ້າການຄົ້ນຄວ້າແກ້ໄຂໃຫ້ທັນການ.

