ສ.ເກົາຫລີ ຈະເອີ້ນຄືນລົດໃຫຍ່ ຫລາຍກວ່າ 54.000 ຄັນ ເນື່ອງຈາກ ກວດພົບຂໍ້ບົກພ່ອງ ດ້ານການຜະລິດ

ສຳນັກຂ່າວຊິນຮວາລາຍງານ ວັນທີ 7 ມິຖຸນາ 2023 ຜ່ານມາວ່າ: ກະຊວງທີ່ດິນພື້ນຖານໂຄງລ່າງ ແລະ ການຂົນສົ່ງ ຂອງ ສ.ເກົາຫລີ ເປີດເຜີຍວ່າ: ກຸ່ມຜູ້ຜະລິດຍານພາຫະນະ ໃນພາຍປະເທດ ແລະ ຕ່າງປະເທດ ຈຳນວນ 4 ແຫ່ງ ຈະເອີ້ນຄືນ ຍານພາຫະນະ ໂດຍສະໝັກໃຈ 54.412 ຄັນ ເນື່ອງຈາກ ກວດພົບຂໍ້ບົກພ່ອງ ດ້ານການຜະລິດ. ໂດຍ ເກຍມໍເຕີຣ (Kia Motors) ຈະເອີ້ນຄືນລົດໃຫຍ່ 6 ລຸ້ນ ຈຳນວນ 48.025 ຄັນ, ຍ້ອນຂໍ້ຜິດພາດ ຂອງຊອບແວຣ ແດສບອດ, ສ່ວນໂວກສວາເກນ ກຣຸບ ໂຄເຣຍ (Volkswagen Group Korea) ຈະເອີ້ນຄືນ ລົດເອສຢູວີ ໄຟຟ້າ ລຸ້ນໄອດີ 4 ລວມມີ 4.815 ຄັນ ເນື່ອງຈາກ ປຸມລ໋ອກປະຕູລົດ ຂັດຂ້ອງ ແລະ ລຸ້ນອື່ນໆ. ນອກນັ້ນ ກະຊວງ ດັ່ງກ່າວ ຍັງລາຍງານວ່າ: ເຈົ້າຂອງລົດໃຫຍ່ ສາມາດ ໄປສູນສ້ອມແປງ ແລະ ບໍລິການຕ່າງໆເພື່ອປ່ຽນຊີ້ນສ່ວນທີ່ເປ່ເພໂດຍບໍ່ເສຍຄ່າໃຊ້ຈ່າຍ