ຈະພັດທະນາແຫລ່ງທ່ອງທ່ຽວ ເມືອງເຟືອງ ໃຫ້ກາຍເປັນແຫລ່ງທ່ອງທ່ຽວແບບຍືນຍົງ

ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບມະຫາວິທະຍາໄລແຫ່ງຊາດ ແລະ ອົງການປົກຄອງແຂວງວຽງຈັນ ຈັດກອງປະຊຸມເຜີຍແຜ່ແຜນພັດທະນາການທ່ອງທ່ຽວເມືອງເຟືອງ ສຳລັບປີ 2023-2033.  ໂດຍການເຂົ້າຮ່ວມຂອງທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີ ກະຊວງ ຖວທ; ທ່ານ ດາວເຮືອງ ນັນທະວົງ, ຮອງເຈົ້າແຂວງວຽງຈັນ; ທ່ານ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຜູ້ປະກອບການ, ທຸລະກິດຮ້ານອາຫານ-ການທ່ອງທ່ຽວພາຍໃນເມືອງເຟືອງເຂົ້າຮ່ວມ.

ທ່ານ ອຸ່ນທວງ ຂາວພັນ ໄດ້ກ່າວວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອນຳເອົາແຜນພັດທະນາການທ່ອງທ່ຽວເມືອງເຟືອງ ສຳລັບປີ 2023-2033 ລົງເຜີຍແຜ່ໃຫ້ແກ່ບັນດາຊາວເມືອງເຟືອງ ໄດ້ຮັບຮູ້ ແລະ ເຂົ້າໃຈເນື້ອໃນ ແລະ ຈຸດປະສົງຂອງແຜນການພັດທະນາແຫລ່ງທ່ອງທ່ຽວໃນເມືອງເຟືອງແບບຍືນຍົງ ປະກອບມີ:

1) ແຜນພັດທະນາການທ່ອງທ່ຽວເມືອງເຟືອງ ແລະ ສະພາບເສດຖະກິດ-ສັງຄົມໂດຍລວມ;

2) ທ່າແຮງດ້ານການທ່ອງທ່ຽວຂອງເມືອງເຟືອງ, ວິເຄາະຈຸດດີ-ຈຸດອ່ອນ ສິ່ງທ້າທາຍຕ່າງໆ;

3) ຈຸດໝາຍລວມຂອງການພັດທະນາການທ່ອງທ່ຽວຂອງເມືອງ, ຄາດໝາຍສູ້ຊົນ ແລະ ສະເໜີແນວຄວາມຄິດໃນການພັດທະນາ;

4) ການກຳນົດກິດຈະກຳທ່ອງທ່ຽວໃນແຕ່ລະຂົງເຂດ ເພື່ອໃຫ້ສອດຄ່ອງແທດເໜາະກັບເຂດດັ່ງກ່າວ.

ທ່ານ ດາວເຮືອງ ນັນທະວົງ ໄດ້ມີຄຳເຫັນວ່າ: ການສ້າງແຜນພັດທະນາການທ່ອງທ່ຽວຂອງເມືອງເຟືອງ ກໍແມ່ນໜຶ່ງໃນຍຸດທະສາດຂອງການພັດທະນາທີ່ເປັນລະບົບ ເພື່ອຄຸ້ມຄອງ ແລະ ຄວບຄຸມການຂະຫຍາຍຕົວຂອງວຽກງານການທ່ອງທ່ຽວໃນຕໍ່ໜ້າໃຫ້ມີຄວາມຍືນຍົງ ແລະ ຮັກສາໄດ້ດ້ານນຳໃຊ້ຊັບພະຍາກອນການທ່ອງທ່ຽວຢ່າງເໝາະສົມ, ການຮັກສາສິ່ງແວດລ້ອມ – ວັດທະນະທຳສັງຄົມ ທີ່ເປັນເອກະລັກໄວ້ກັບທ້ອງຖິ່ນຕະຫລອດໄປ.