ກຽມຈັດສົ່ງເຂົ້າສານຈ້າວ 900 ໂຕນ ໃຫ້ປະຊາຊົນ 100.000 ກວ່າຄົນ ຢູ່ 16 ເມືອງໃນ 4 ແຂວງຂອງ ສປປ ລາວ

ສ.ເກົາຫລີ, ປະເທດອຽກລັງ ແລະ ຜູ້ໃຫ້ທຶນຈາກຫລາຍພາກສ່ວນ ໄດ້ຊ່ວຍເຫລືອ ເຂົ້າສານຈ້າວ 900 ໂຕນໃຫ້ກັບປະຊາຊົນ 100.000 ກວ່າຄົນ ຢູ່ 16 ເມືອງໃນ 4 ແຂວງຄື: ແຂວງອຸດົມໄຊ ຫລວງນໍ້ທາ, ເຊກອງ ແລະ ແຂວງສາລະວັນ ໂດຍຜ່ານອົງການອາຫານໂລກ ແຫ່ງ ສະຫະປະຊາຊາດ ປະຈຳລາວ ແລະ ມອບຕໍ່ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນວັນທີ 9 ມິຖຸນາ 2023 ທີ່ນະຄອນຫລວງວຽງຈັນ. ຈາກນັ້ນ, ອົງການກາແດງແຫ່ງຊາດລາວ ຈະເປັນຜູ້ຈັດສົ່ງເຂົ້າສານຈ້າວ ໃຫ້ໄປຮອດໄປເຖິງ ມືຂອງປະຊາຊົນ.
ທ່ານ ລີປ່າວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ກ່າວວ່າ: ການຈັດສົ່ງເຂົ້າສານຈະເລີ່ມຈັດຕັ້ງປະຕິບັດໃນເດືອນກໍລະກົດ ຫາ ກັນຍາ 2023 ເພື່ອຊ່ວຍເຫລືອຜູ້ດ້ອຍໂອກາດ ທີ່ບໍ່ສາມາດເຂົ້າເຖິງການຄໍ້າປະກັນດ້ານສະບຽງອາຫານ. ນອກນີ້, ຍັງເຮັດໃຫ້ກະຊວງ ຮສສ ບັນລຸຕົວຊີ້ວັດໃນແຜນວຽກຈຸດສຸມກ່ຽວກັບການປັບປຸງລະບົບສະຫວັດດີການສັງຄົມ ໃຫ້ກຸ່ມຜູ້ດ້ອຍໂອກາດສາມາດເຂົ້າເຖິງການບໍລິການສັງຄົມສົງເຄາະ ທີ່ມີປະສິດທິພາບດີຂຶ້ນ, ເຊິ່ງການຊ່ວຍເຫລືອດັ່ງກ່າວເປັນການປະກອບສ່ວນສຳຄັນ ໃຫ້ລັດຖະບານລາວ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ ໂດຍສອດຄ່ອງຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານທີ່ກຳນົດໄວ້.
ເປົ້າໝາຍຂອງການຊ່ວຍເຫລືອ ແມ່ນອີງໃສ່ຄະແນນຊີ້ວັດຈາກ ຄວາມປອດໄພດ້ານສະບຽງອາຫານຂອງປະຊາກອນ, ການຂາດສານອາຫານ ແລະ ຄວາມທຸກຍາກ, ລວມທັງພື້ນທີ່ທີ່ມີໄພອຶດຫິວທີ່ລະບຸໂດຍລັດຖະບານ ແລະ ການກວດສອບຄວາມປອດໄພດ້ານອາຫານທີ່ມີຄວາມຖີ່ສູງ ຂອງອົງການອາຫານໂລກ ເຊິ່ງກຳນົດວ່າແຕ່ລະຄົນທີ່ອາໄສຢູ່ພາຍໃນພື້ນທີ່ເປົ້າໝາຍຈະໄດ້ຮັບເຂົ້າສານ ຈຳນວນ 8,4 ກິໂລກຣາມ, ການຊ່ວຍເຫລືອດ້ານສະບຽງອາຫານນີ້, ຈະຊ່ວຍໃຫ້ຫລຸດຊ່ອງວ່າງໃນການຂາດອາຫານແກ່ຄອບຄົວທີ່ມີຄວາມສ່ຽງສູງ ໂດຍສະເພາະໃນລະດູຝົນ ຫລື ລະດູຂາດແຄນອາຫານ ເນື່ອງຈາກເຂົ້າທີ່ສະສົມໄວ້ບໍ່ພຽງພໍທີ່ຈະຊ່ວຍໃຫ້ຮອດລະດູການເກັບກ່ຽວ. ພ້ອມນີ້, ການຊ່ວຍເຫລືອດັ່ງກ່າວ ຈະຊ່ວຍໃຫ້ບັນດາຄອບຄົວຮັບມືກັບຄ່າໃຊ້ຈ່າຍໃນການດຳລົງຊີວິດທີ່ນັບມື້ນັບສູງຂຶ້ນ ເຊິ່ງມີປັດໄຈມາຈາກອັດຕາເງິນເຟີ້, ຜົນກະທົບທາງເສດຖະກິດ ທີ່ສືບເນື່ອງມາຈາກການລະບາດຂອງພະຍາດ ໂຄວິດ-19.

