ບໍ່ໜ້ອຍໜ້າເພື່ອນຮ່ວມລີກ ປະທານ ອັລ ອາລີ ບິນເຖິງອັງກິດເຈລະຈາຄວ້າ ມາເຣສ ຮ່ວມທີມ

CBS Sports ລາຍງານວ່າ  ອັລ ອາລີ ສະໂມສອນດັງແຫ່ງ Pro League ຂອງ ຊາອຸດິ ອາຣາເບຍ ມີຄວາມສົນໃຈທີ່ຈະເຊັນກັບ ຣິຍາດ ມາເຣສ ປີກຈອມເທັກນິກຂອງ ແມນເຊັສເຕີ ຊິຕີ້.

ນັກເຕະອາຍຸ 32 ປີ ເຫລືອສັນຍາກັບ ຊິຕີ້ ເຖິງປີ 2025 ແຕ່ກຳລັງຕົກເປັນຂ່າວຕິດພັນກັບທີມມະຫາເສດຖີແຫ່ງຊາອຸດິ ອາຣາເບຍ.

ໂດຍມີລາຍງານວ່າ Walid Muath ປະທານສະໂມສອນຢູ່ໃນປະເທດອັງກິດໃນເວລານີ້ເພື່ອເຈລະຈາກັບຕົວແທນຂອງ ມາເຣສ ດ້ວຍຕົນເອງ ແລະ ອາດຈະສະໄດ້ຂໍ້ສະຫຼຸບໃນໄວໆນີ້.