ກໍາປູເຈຍຕັ້ງເປົ້າຫລຸດພົ້ນສະຖານະ “ປະເທດພັດທະນາໜ້ອຍສຸດ” ພາຍໃນປີ 2027

ວັນທີ 8 ມິຖຸນາ, ສໍານັກຂ່າວຊິນຮົວລາຍງານວ່າ: ທ່ານ ຮຸນເຊນ ນາຍົກລັດຖະມົນຕີກໍາປູເຈຍ ກ່າວວ່າ: ກໍາປູເຈຍຢູ່ໃນເສັ້ນທາງຂອງການຫລຸດພົ້ນຈາກສະຖານະປະເທດພັດທະນາໜ້ອຍທີ່ສຸດ ພາຍໃນປີ 2027 ແລະ ຈະບັນລຸເປົ້າໝາຍການເປັນປະເທດທີ່ມີລາຍໄດ້ປານກາງລະດັບສູງ ພາຍໃນປີ 2030.

ຂະນະດຽວກັນ, ຜູ້ນໍາກໍາປູເຈຍກ່າວອີກວ່າ: ເສດຖະກິດຂອງປະເທດຟື້ນຕົວດີເປັນກ້າວໆ ຫລັງຜ່ານພົ້ນການລະບາດໃຫຍ່ຂອງພະຍາດໂຄວິດ-19 ໂດຍລວມຍອດຜະລິດຕະພັນພາຍໃນ (GDP) ມີທ່າອ່ຽງເຕີບໃຫຍ່ 5,6% ໃນປີນີ້ ເພີ່ມຂຶ້ນຈາກ 5,2% ໃນປີ 2022.

ດ້ານຂໍ້ມູນຈາກກະຊວງການຄ້າຂອງກໍາປູເຈຍ ລະບຸວ່າ: ຂໍ້ຕົກລົງຫຸ້ນສ່ວນທາງເສດຖະກິດລະດັບພາກພື້ນ (ອາເຊັບ), ຂໍ້ຕົກລົງການຄ້າເສລີ ກໍາປູເຈຍ-ຈີນ (CCFTA) ແລະ ຂໍ້ຕົກລົງການຄ້າເສລີ ກໍາປູເຈຍ-ສ.ເກົາຫລີ (CKFTA) ຄືປັດໄຈສໍາຄັນທີ່ຈະຊ່ວຍໃຫ້ກໍາປູເຈຍຫລຸດພົ້ນຈາກສະຖານະ ແລະ ບັນລຸເປົ້າໝາຍທັງໝົດພາຍໃນປີ 2030 ຕະຫລອດຈົນກາຍເປັນປະເທດທີ່ມີລາຍໄດ້ສູງ ພາຍໃນປີ 2050.

ນອກຈາກນີ້, ລາຍງານໂດຍທະນາຄານພັດທະນາອາຊີ (ADB) ລະບຸວ່າ: ກໍາປູເຈຍຜ່ານເກນການຫລຸດພົ້ນຈາກສະຖານະປະເທດພັດທະນາໜ້ອຍທີ່ສຸດຄັ້ງທໍາອິດໃນປີ 2021 ຫລັງຖືກຈັດຢູ່ໃນກຸ່ມປະເທດດັ່ງກ່າວມາສອງທົດສະວັດ ໂດຍມີແຜນຫລຸດພົ້ນຈາກສະຖານະນີ້ໄວທີ່ສຸດໃນປີ 2027 ເຊິ່ງຈະເປັນຜົນສໍາເລັດຄັ້ງຍິ່ງໃຫຍ່ ທີ່ສະທ້ອນການບັນລຸເປົ້າໝາຍການພັດທະນາເສດຖະກິດ ແລະ ສັງຄົມ.