ໂຫດ! ແຟນບານ ເວັສແຮມ ດຶກຂອງໃສ່ ບີຣາກີ ນັກເຕະ ຟິອໍເຣນຕິນາ ຈົນຫົວແຕກ ຢູຟາ ກຽມລົງໂທດສະຖານໜັກ

ຄວນເປັນເຫດການທີ່ຖືກປະນາມເມື່ອແຟນບານ ເວັສແຮມ ຢູໄນເຕັດ ດືກສິ່ງຂອງໃສ່ນັກເຕະ ຟີອໍເຣັນຕິນາ ຈົນຫົວແຕກ ໃນຮອບຊິງຊະນະເລີດ ຢູໂຣປາ ຄອນເຟີເຣນ ລີກ.
ເມື່ອວັນທີ 8 ມິຖຸນາ 2023 ຖືວ່າເປັນເຫດການທີ່ຄວນກ່າວປະນາມ ເມື່ອແຟນບານຂອງ ເວັສແຮມ ຢູໄນເຕັດ ດືກສິ່ງຂອງໃສ່ ຄຣິສເຕຍໂນ ບີຣາກີ ນັກເຕະ ຟິອໍເຣນຕິນາ ຈົນເລືອດອາບໃນນັດສຸດທ້າຍ “ຢູໂຣປາ ຄອນເຟີເຣນ ລີກ” ມື້ຄືນນີ້.
ເຫດການດັ່ງກ່າວເກີດຂຶ້ນໃນລະຫວ່າງນາທີ 33 ຂອງການແຂ່ງຂັນໃນເວລາທີ່ ຄຣິສເຕຍໂນ ບີຣາກີ ກຳລັງແລ່ນຈະໄປເປີດມຸມທີ່ມີແຟນຄູ່ແຂ່ງຢູ່ທີ່ນັ້ນ. ກ່ອນທີ່ລາວຈະຖືກແຟນບານເຕະຂອງຄູ່ແຂ່ງຖິ້ນຂວດພລາສຕິກ ແລະ ສິ່ງຂອງຕ່າງໆລົງໃສ່ຈົນຫົວຂອງ ບີຣາກີ ແຕກຈົນເລືອດໄຫລ. ນັ້ນເຮັດໃຫ້ຜູ້ຕັດສິນຕ້ອງຢຸດເກມ. ເພື່ອໃຫ້ ບີຣາກີ ອາຍຸ 30 ປີ ອອກໄປຮັບຊ່ວຍເຫລືອຂ້າງສະໜາມ ແລະ ໃນຂະນະນັ້ນ ນັກເຕະຂອງທີມຈາກເກາະອັງກິດ ພະຍາຍາມຫ້າມແຟນບານຂອງທີມຕົນເອງ ແລະ ໂຄສົກສະໜາມໄດ້ຂໍຄວາມຮ່ວມມືໃຫ້ແຟນບານເຕະ ເວັສແຮມ ຢູ່ໃນຄວາມສະຫງົບ.

