ອັງກິດເຕືອນປະຊາຊົນເລື່ອງສະພາບອາກາດຮ້ອນອົບເອົ້າໃນທ້າຍອາທິດນີ້ ຢ້ານກະທົບກຸ່ມຜູ້ສູງອາຍຸ-ຜູ້ມີບັນຫາສຸຂະພາບ

ທາງການອັງກິດປະກາດເຕືອນປະຊາຊົນ ວ່າດ້ວຍເລື່ອງຂອງອຸນຫະພູມສະເລ່ຍໃນຫລາຍພື້ນທີ່ຢູ່ອັງກິດ ອາດເພີ່ມສູງຂຶ້ນຫລາຍຈົນເຖິງລະດັບ 30 ອົງສາ ໃນທ້າຍອາທິດນີ້ ຫລັງຈາກເລີ່ມເຂົ້າສູ່ລະດູຮ້ອນ.
ໂດຍໜ່ວຍງານຄວາມໝັ້ນຄົງດ້ານສຸຂະພາບຂອງອັງກິດ (UKHSA) ລະບຸວ່າ: ໄລຍະເວລາທີ່ປະກາດເຕືອນຈະຄວບຄຸມແຕ່ເວລາ 09:00 ໂມງ ຂອງວັນທີ 9 ມິຖຸນາ 2023 ໄປຈົນຮອດເວລາ 09:00 ໂມງ ຂອງວັນທີ 12 ມິຖຸນາ 2023 ເຊິ່ງພາກສ່ວນທີ່ກ່ຽວຂ້ອງນໍາວຽກບໍລິການສັງຄົມ ແລະ ສາທາລະນະສຸກຈະໄດ້ຮັບຜົນກະທົບຈາກອຸນຫະພູມທີ່ປັບສູງຂຶ້ນໃນຄັ້ງນີ້.
ນອກຈາກນີ້ UKHSA ຍັງໄດ້ແນະນໍາໃຫ້ປະຊາຊົນຫລີກເວັ້ນການຕາກແດດໃນຊ່ວງເວລາຮ້ອນທີ່ສຸດ ໂດຍສະເພາະເວລາ 11:00-15:00 ໂມງ. ຂະນະທີ່ເວລາໃນການອອກກໍາລັງກາຍ ຫລື ພາໝາຍ່າງຫລິ້ນ ຄວນເປັນຊ່ວງເຊົ້າ ຫລື ຊ່ວງແລງໃນອຸນຫະພູມສະເລ່ຍຫລຸດລົງແລ້ວ ລວມທັງເປີດປ່ອງຢ້ຽມ ແລະ ຜ້າກັ້ງໃຫ້ອາກາດຖ່າຍເທໄດ້ສະດວກ, ອອກຈາກອາຄານຄວນໃສ່ໝວກ, ຄັນຮົ່ມ, ແວ່ນຕາກັນແດດ ແລະ ທາຄຣີມກັນແດດ ທີ່ສໍາຄັນຢ່າລືມດື່ມນໍ້າໃຫ້ພຽງພໍຕໍ່ຕ່າງກາຍໃນແຕ່ລະວັນ.
ໂດຍໃນປີ 2022 ຜ່ານມາ ຖືເປັນປີທີ່ອັງກິດຜະເຊີນສະພາບອາກາດຮ້ອນອົບເອົ້າທີ່ສຸດ ອຸນຫະພູມສູງເປັນປະຫວັດສາດ ພື້ນທີ່ເຂດລິງຄອນເຊີ ທາງຕາເວັນອອກຂອງອັງກິດ ມີອຸນຫະພູມສູງເຖິງ 40,3 ອົງສາ ໃນວັນທີ 19 ກໍລະກົດ 2022.
UKHSA ຄາດຄະເນວ່າ: ຄື້ນຄວາມຮ້ອນມີທ່າອ່ຽງຈະເກີດຂຶ້ນເລື້ອຍໆ, ຮຸນແຮງຂຶ້ນ ແລະ ຍາວນານຍິ່ງຂຶ້ນໃນອີກຫລາຍປີ ແລະ ອີກຫລາຍທົດສະວັດຕໍ່ໜ້າ ໂດຍສ່ວນໜຶ່ງມາຈາກວິກິດການປ່ຽນແປງສະພາບອາກາດໂລກ.
ອ້າງອີງ:
https://www.bbc.com/news/uk-65837317

