ແຕ່ລະປີ ສປປ ລາວ ມີຄົນເປັນພະຍາດຖອກທ້ອງ ປະມານ 45,000 ຄົນ ເສຍຊີວິດແລ້ວ 8 ຄົນ

ວັນທີ 7 ມິຖຸນາ 2023 ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຈັດກອງປະຊຸມ ເນື່ອງໃນງານສະເຫຼີມສະຫຼອງວັນອາຫານປອດໄພໂລກ, ໂດຍການເປັນປະທານຂອງທ່ານ ດຣ. ສະໜອງ ທອງສະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ.
ການສະເຫລີມສະຫລອງ ວັນອາຫານປອດໄພໂລກແມ່ນ ເພື່ອດຶງດູດ ຄວາມສົນໃຈ ແລະ ສ້າງແຮງບັນດານໃຈໃນການຈັດຕັ້ງປະຕິບັດ ການຮ່ວມມືທຸກພາກສ່ວນໃນຕ່ອງໂສ້ອາຫານ ເພື່ອຊ່ວຍປ້ອງກັນ ແລະ ຄຸ້ມຄອງຄວາມສ່ຽງ ຂອງພະຍາດ ແລະ ສານເຄມີອັນຕະລາຍ ທີ່ເກີດຈາກອາຫານ, ປະກອບສ່ວນເຂົ້າໃນຄວາມໝັ້ນຄົງ ດ້ານສະບຽງອາຫານ.
ໃນແຕ່ລະປີສະເລ່ຍແລ້ວ ໃນທົ່ວໂລກ ຈະມີປະຊາກອນ ປະມານ 600 ລ້ານຄົນ ຫຼື 1 ໃນ 10 ແມ່ນເຈັບເປັນຈາກພະຍາດທີ່ເກີດ ຈາກອາຫານ ແລະ ເສຍຊີວິດ 420,000 ຄົນ ໂດຍການກິນອາຫານປົນເປື້ອນ ແລະ ເດັກນ້ອຍຕ່ຳກ່ວາ 5 ປີ ແມ່ນ ກວມເອົາ 40% ຂອງກໍລະນີເຈັບເປັນຈາກພະຍາດທີ່ເກີດຈາກອາຫານ ແລະ 125.000 ຄົນ ແມ່ນເສຍຊີວິດໃນແຕ່ລະປີ ( ຂໍ້ມູນຈາກອົງການອະນາໄມໂລກ). ໃນ ສປປ ລາວ ໄດ້ມີການລາຍງານກໍລະນີ ບໍລິໂພກອາຫານບໍ່ປອດໄພ ນັບແຕ່ອາການເບົາບາງຈົນເຖິງຮຸນແຮງ ເຊັ່ນ: ຖອກທ້ອງ ໃນແຕ່ລະປີ ຍັງມີຈຳນວນ 45,000 ກໍລະນີ ໃນແຕ່ລະປີ ແລະ 1500 ກໍລະນີ ອາຫານເປັນພິດ ແລະ ມີການເສຍຊີວິດ 8 ກໍລະນີ (ບົດລາຍງານຈາກສູນວິເຄາະລະບາດວິທະຍາ ປະຈຳປີ 2022-2023) ເມື່ອອາຫານ ບໍ່ປອດໄພ, ເດັກນ້ອຍ ບໍ່ສາມາດໄປຮຽນໄດ້, ຜູ້ໃຫຍ່ບໍ່ສາມາດເຮັດວຽກໄດ້. ການພັດທະນາມະນຸດບໍ່ສາມາດເກີດຂື້ນໄດ້. ອາຫານທີ່ປອດໄພ ເປັນສິ່ງ ສຳຄັນ ໃນການສົ່ງເສີມ ສຸຂະພາບ ແລະ ການຢຸດຕິຄວາມອຶດຫິວ, ເຊິ່ງເປັນ 2 ໃນ 17 ເປົ້າໝາຍສຳລັບການພັດທະນາ ແບບ ຍືນຍົງ ໃນປີ 2030.
ເມື່ອອາຫານບໍ່ປອດໄພ, ເຮັດໃຫ້ບໍ່ສາມາດມີຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໃນໂລກເກີດມີລະບົບຕ່ອງໂສ້ການສະໜອງອາຫານ ມີຄວາມສັບຊ້ອນຫຼາຍຂຶ້ນ, ຄວາມບໍ່ປອດໄພດ້ານສະບຽງອາຫານກໍສົ່ງຜົນກະທົບທາງລົບຕໍ່ສຸຂະພາບ, ການຄ້າ ແລະ ເສດຖະກິດ. ຄວາມປອດໄພອາຫານ ສ່ວນຫລາຍແມ່ນບໍ່ໄດ້ຮັບການເອົາໃຈໃສ່ຢ່າງຈິງຈັງເນື່ອງຈາກວ່າ ບໍ່ສາມາດ ເຫັນໄດ້ ຈົນກວ່າ ຈະເກີດມີການເບື່ອອາຫານ. ອາຫານທີ່ບໍ່ປອດໄພ ແມ່ນອາຫານ ທີ່ມີເຊື້ອຈຸລິນຊີທີ່ເປັນພະຍາດ, ແມ່ກາຝາກ ທີ່ເປັນອັນຕະລາຍ ຫຼື ສານເຄມີີຕ່າງໆ ທີ່ ເຮັດໃຫ້ເກີດພະຍາດ ຫຼາຍກ່ວາ 200 ຊະນິດ – ນັບແຕ່ພະຍາດຖອກທ້ອງ ຈົນເຖິງ ມະເຮັງ. ວັນອາຫານປອດໄພ ສາກົນນີ້ ຈະໄດ້ຖື ເປັນໂອກາດ ໃນການເພີ່ມທະວີ ຄວາມເອົາໃຈໃສ່ກັບບັນຫານີ້ ເພື່ອຮັບປະກັນ ວ່າ ອາຫານທີ່ພວກເຮົາຮັບປະທານ ແມ່ນມີຄວາມປອດໄພ. ບໍ່ວ່າທ່ານ ຈະຜະລິດ, ແປຮູບ, ຂາຍ ຫລື ປຸງແຕ່ງອາຫານ, ທ່ານກໍ່ມີບົດບາດໃນການຮັກສາຄວາມປອດໄພຂອງອາຫານ ລວມທັງທຸກໆຄົນທີ່ຢູ່ໃນຕ່ອງໂສ້ອາຫານ ແມ່ນມີຄວາມຮັບຜິດຊອບ ຕໍ່ຄວາມປອດໄພຂອງອາຫານ ແລະ ການນໍາໃຊ້ມາດຕະຖານ ແມ່ນຮັບປະກັນໃຫ້ອາຫານມີຄຸນນະພາບ, ໄດ້ມາດຕະຖານ ມີຄວາມປອດໄພຕໍ່ການບໍລິໂພກ ທຸກຄົນມີສຸຂະພາບດີ ຄອບຄົວ ແລະ ສັງຄົມມີຄວາມສຸກ “ ມາດຕະຖານອາຫານຊ່ວຍປ້ອງກັນຊີວິດ”
ໃນປັດຈຸບັນ ກະຊວງສາທາລະນະສຸກພວກເຮົາກຳລັງປະເຊີນໜ້າກັບພະຍາດໃໝ່ທີ່ເກີດຂຶ້ນໃນພາກພື້ນອາຊີ ແລະ ມີຄວາມຮຸນແຮງທີ່ສຸດ ຊຶ່ງການປ້ອງກັນ ແມ່ນການປ້ອງກັນການແຜ່ກະຈາຍເຊື້ອພະຍາດຈາກຄົນສູ່ຄົນ, ການຮັກສາຄວາມສະອາດ, ກິນອາຫານໃຫ້ສຸກດີ ແມ່ນມີຄວາມຈຳເປັນ ແລະ ສຳຄັນໃນການປ້ອງກັນພະຍາດ. ເພື່ອສະໜັບສະໜູນການຜະລິດໃນ ສປປ ລາວ ໃຫ້ໄດ້ມາດຕະຖານ ຕາມການຮຽກຮ້ອງຂອງຜູ້ຈຳໜ່າຍ ແລະ ນຳເຂົ້າ ໃນພາກພື້ນອາຊຽນ ແລະ ສາກົນ ມັນມີຄວາມຈຳເປັນຈະຕ້ອງໄດ້ປະຕິບັດຕາມລະບຽບກົດໝາຍຂອງກະຊວງສາທາລະນະສຸກ, ຫຼັກການໃນການຜະລິດທີ່ດີ ຫລັກການສຸຂະອະນາໄມທີ່ດີ ຂອງປະເທດອາຊຽນ ທີ່ໄດ້ເຊັນສັນຍາ ແລະ ມາດຕະຖານສາກົນ.

