ສະພາບອາກາດຮ້ອນ-ແຫ້ງແລ້ງ ຈະເກີດຂຶ້ນເຖິງ 70% ໃນປີນີ້

ສຳນັກຂ່າວຕ່າງປະເທດລາຍງານ, ວັນທີ 6 ມິຖຸນາ 2023 ຜ່ານມາ, ສຳນັກງານອຸຕຸນິຍົມວິທະຍາ ຂອງອົດສະຕຣາລີ ຖະແຫລງວ່າ: ໂອກາດທີ່ຈະເກີດຮູບແບບສະພາບອາກາດ ເອລນີໂຍ(El Niño) ເຮັດໃຫ້ ອາກາດຮ້ອນ ແລະ ແຫ້ງແລ້ງ ເໜືອມະຫາສະໝຸດ ປາຊີຟິກ ເພີ່ມຂຶ້ນ70% ເປັນເກນທີ່ຕ້ອງເຕືອນໄພຕໍ່ປາກົດການດັ່ງກ່າວ ເນື່ອງຈາກ ສະພາບອາກາດຮ້ອນ ແລະ ແຫ້ງແລ້ງຈະມີຄວາມຮຸນແຮງ ແລະ ຍາວນານ ຫລາຍຂຶ້ນກວ່າເກົ່າ ໂດຍສະເພາະຝັ່ງຕາເວັນອອກຂອງອົດສະຕຣາລີ ມີໂອກາດແຫ້ງແລ້ງເພີ່ມຂຶ້ນ ໃນພື້ນທີ່ 2 ໃນ 3 ຂອງປະເທດທີ່ຢູ່ທາງພາກໃຕ້ມີໂອກາດຮ້ອນຂຶ້ນ ແລະ ຝັ່ງຕາເວັນອອກສຽງໃຕ້ ມີອັນຕະລາຍຈາກໄຟປ່າ ເພີ່ມຂຶ້ນ ເຊັ່ນກັນ.ເອລນີໂຍ ເປັນຮູບແບບສະພາບອາກາດທີ່ມັກເກີດຂຶ້ນພ້ອມກັບການທີ່ໂລກຮ້ອນຂຶ້ນຂະນະທີ່ບາງສ່ວນແຫ້ງແລ້ງ ແລະ ບາງສ່ວນນ້ຳຖ້ວມໂດຍເກີດຄັ້ງຫລ້າສຸດເມື່ອປີ 2018-2019.

