OPEC+ ເຫັນດີເປັນເອກະພາບຫລຸດຜ່ອນປະລິມານຂຸດຄົ້ນນ້ຳມັນໃນປີ 2024

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 4 ມິຖຸນາ ຜ່ານມາ ໃນກອງປະຊຸມຢູ່ວຽນນາ ປະເທດໂອຕຣິດ, ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ບັນດາຄູ່ຮ່ວມມື (OPEC+) ໄດ້ເຫັນດີເປັນເອກະພາບດັດປັບປະລິມານການຂຸດຄົ້ນນ້ຳມັນໃນລະດັບ 40,46 ລ້ານຖັງ/ວັນໃນປີ 2024.

ຖະແຫຼງການຮ່ວມພາຍຫຼັງກອງປະຊຸມໄດ້ຊີ້ແຈງວ່າ: ບັນດາປະເທດເຂົ້າຮ່ວມໄດ້ຕັດສິນໃຈດັດປັບຍອດປະລິມານນ້ຳມັນດິບລວມຂອງກຸ່ມ OPEC ແລະ ບັນດາປະເທດຄູ່ຮ່ວມມືນອກ OPEC (ໃນຖະແຫຼງການຮ່ວມມື) ລົງເຫຼືອພຽງ 40,46 ລ້ານຖັງ/ວັນ, ເລີ່ມແຕ່ວັນທີ 1 ມັງກອນ 2024, ຄຳຕັດສິນດັ່ງກ່າວມີຜົນສັກສິດເປັນເວລາ 1 ປີ. OPEC+ ຖືວ່າ ການປ່ຽນແປງນີ້ເໝາະສົມກັບຄຳໝັ້ນສັນຍາຂອງສະມາຄົມ ແລະ ບັນດາປະເທດຄູ່ຮ່ວມມືພາຍນອກ, ເພື່ອແນໃສ່ມຸ່ງໄປເຖິງ ແລະ ຮັກສາຕະຫຼາດນ້ຳມັນໃຫ້ມີສະຖຽນລະພາບ.