ເອຊີ ມິລານ ປະກາດແຍກທາງ ເປົາໂລ ມັລດີນີ ຫລັງມີບັນຫາຂັດແຍງກັບເຈົ້າຂອງທີມ

ເອຊີ ມິລານ ຢືນຢັນຢ່າງເປັນທາງການວ່າ ເປົາໂລ ມັລດີນີ ໄດ້ອອກຈາກຕຳແໜ່ງຜູ້ອຳນວຍການຝ່າຍເຕັກນິກຂອງສະໂມສອນແລ້ວ.
ອະດີດກອງຫລັງລະດັບຕຳນານຊາວອີຕາລີ ມີປັນຫາຂັດແຍງກັບ Jerry Cardinale, ຫົວຫນ້າບໍລິຫານຂອງກຸ່ມທຶນ RedBird Capital, ທີ່ເປັນເຈົ້າຂອງທີມ AC Milan, Maldini ຕ້ອງການງົບເສີມທີມຫລາຍໃນລະດູຮ້ອນ, ແຕ່ວ່າທາງ Cardinale ກັບບໍ່ໃຫ້ອະນຸມັດຕາມຄໍາຮ້ອງຂໍ.
ຈົນສຸດທ້າຍ ຄວາມສໍາພັນຂອງທັງສອງຝ່າຍເຖິງຄາວແຕກຫັກເມື່ອ ມິລານ ຕັດສິນໃຈແຍກທາງກັບ ມັລດີນີ ແບບກະທັນຫັນ.

