ລັດຖະມົນຕີອິນເດຍກ່າວ ເຫດລົດໄຟຕໍາກັນ ເຮັດໃຫ້ມີຜູ້ເສຍຊີວິດ 300 ຄົນ ເກີດຈາກສັນຍານຂັດຂ້ອງ

ຄວາມຄືບໜ້າຫລ້າສຸດຂອງເຫດລົດໄຟຕໍາກັນຢູ່ລັດໂອຣິສສາ ທາງຕາເວັນອອກຂອງອິນເດຍ ໃນວັນທີ 3 ມິຖຸນາຜ່ານມາ, ທ່ານ ອັຊວິນີ ວາອິຊນໍ ລັດຖະມົນຕີທາງລົດໄຟອິນເດຍ ຄາດຄະເນວ່າ: ເຫດສັນຍານຜິດພາດທາງເຕັກນິກທີ່ເກີດຈາກການປ່ຽນແປງການເຊື່ອມຕໍ່ທາງອາເລັກໂຕຣນິກ ອາດເປັນສາເຫດສໍາຄັນທີ່ເຮັດໃຫ້ເກີດເຫດເສົ້າສະຫລົດໃນຄັ້ງນີ້ ທີ່ມີຜູ້ເສຍຊີວິດເກືອບ 300 ຄົນ.
ລັດຖະມົນຕີທາງລົດໄຟອິນເດຍ ຍັງລະບຸອີກວ່າ: ເບື້ອງຕົ້ນສາມາດລະບຸເຖິງສາເຫດ ແລະ ບຸກຄົນທີ່ມີສ່ວນກ່ຽວຂ້ອງກັບອຸບັດຕິເຫດຄັ້ງໃຫຍ່ນີ້ໄດ້ແລ້ວ, ແຕ່ຍັງບໍ່ມີການເປີດເຜີຍລາຍລະອຽດແຕ່ຢ່າງໃດ. ພ້ອມຫລຸດຈໍານວນຜູ້ເສຍຊີວິດທັງໝົດ 275 ຄົນ ເນື່ອງຈາກມີຜູ້ເສຍຊີວິດບາງຄົນໄດ້ຮັບການນັບຊໍ້າ.
ສ່ວນຜູ້ໄດ້ຮັບບາດເຈັບ 1.175 ຄົນຖືກນໍາສົ່ງໂຮງໝໍໃກ້ຄຽງ ໂດຍມີ 793 ຄົນອອກຈາກໂຮງໝໍແລ້ວ. ຂະນະທີ່ສະມາຊິກຂອງບາງຄອບຄົວຍັງຕາມຫາຍາດພີ່ນ້ອງຂອງຕົນຢ່າງສຸດຄວາມສາມາດ ເຖິງວ່າອຸບັດຕິເຫດຄັ້ງໃຫຍ່ນີ້ຈະເກີດຂຶ້ນມາກວ່າ 24 ຊົ່ວໂມງແລ້ວກໍຕາມ.
ຄະນະກໍາມະການທາງລົດໄຟອິນເດຍເປີດເຜີຍເຖິງຄວາມເປັນໄປໄດ້ທີ່ອາດຈະເກີດຂຶ້ນຈາກການລົບກວນສັນຍານຫລາຍກວ່າຈະເກີດຂຶ້ນຈາກຄວາມລົ້ມເຫລວຂອງລະບົບ ຖືເປັນໜຶ່ງໃນອຸບັດຕິເຫດທາງລົດໄຟທີ່ຮ້າຍແຮງ ແລະ ຮຸນແຮງທີ່ສຸດໃນສະຕະວັດນີ້ຂອງອິນເດຍ.
ໂດຍທາງການອິນເດຍຈະເລັ່ງເດີນໜ້າກວດສອບຫາສາເຫດທີ່ແນ່ນອນຕໍ່ໄປ. ທັງນີ້ ຈະຍັງບໍ່ຕັດຄວາມເປັນໄປໄດ້ອື່ນໆ ບໍ່ວ່າຈະເປັນຄວາມຜິດພາດຂອງລະບົບແມນວລ ຫລື ອາດເປັນເລື່ອງບັງເອີນ, ສະພາບອາກາດ, ການຫລຸ້ຍຫ້ຽນຂອງຂະບວນລົດໄຟ ຫລື ຄວາມລົ້ມເຫລວໃນການສ້ອມແປງ.
ອ້າງອີງ:
https://www.bbc.com/news/world-asia-india-65801807
