ນາງ ລັດສະໝີ ສີປະເສີດ ຄວ້າ 1 ຫຼຽນເງິນ ຫຼຽນທຳອິດ ແລະ 1 ຫຼຽນທອງ ຫຼຽນທີ 2 ໃນກິລາຍົກນໍ້າໜັກຮຸ່ນ 41 ກິໂລກຼາມຍິງ ໃຫ້ທັບນັກກິລາຄົນພິການລາວ ໃນງານກິລາຄົນພິການອາຊຽນ ຄັ້ງທີ 12 ຫຼື ອາຊຽນພາຣາເກມ ຈັດຂຶ້ນ ໃນຕອນເຊົ້າມື້ນີ້ 4 ມິຖຸນາ ທີ່ນະຄອນຫຼວງ ພະນົມເປັນ ຣາຊະອານາຈັກກຳປູເຈຍ.
ສຳລັບ ລັດສະໝີ ສີປະເສີດ ໄດ້ຈາກປະເພດຍົກຄະແນນລວມ ສ່ວນຫຼຽນຄຳ ເປັນຂອງ ນາງ Maridol ນັກກິລາຈາກ ຟິລິບປິນ ແລະ ຫຼຽນທອງ ເປັນຂອງ ນາງ Eneng Paridah ນັກກິລາຈາກອິນໂດເນເຊຍ.
ສ່ວນ ຫຼຽນທອງ ຂອງນາງ ລັດສະໝີ ສີປະເສີດ ໄດ້ຈາກການຍົກເອົາຄະແນນຄັ້ງທຳອິດ ສ່ວນຫຼຽນຄຳ ເປັນຂອງນາງ Eneng Paridah ນັກກິລາຈາກອິນໂດເນເຊຍ ແລະ ຫຼຽນເງິນ ເປັນຂອງນາງ Maridol ນັກກິລາຈາກ ຟິລິບປິນ.
ແນວໃດກໍຕາມ, ນັກກິລາຍົກນໍ້າໜັກລາວ ຍັງມີລຸ້ນອີກຈາກກນັກກິລາຍົກນໍ້າໜັກຊາຍອີກ 2 ຄົນ ກໍຄື ເອື້ອຍ ສີໝາຍ ແລະ ທ້າວ ເປ້ຍ ລາວພັກດີ ຊຶ່ງຈະລົງສະໜາມແຂ່ງຂັນໃນຕອນບ່າຍມື້ນີ້ 4 ມິຖຸນາ ເວລາ 14:30 ໂມງ ນອກນັ້ນ ກໍຍັງມີການແຂ່ງຂັນແລ່ນ-ລານ ຮອບຊີຫຼຽນຄຳ ແລະ ບານເຕະຄົນພິການຕາ ໃນເວລາ 19:00 ໂມງ ສະນັ້ນ ພໍ່ແມ່ຊາວລາວທຸກຄົນຢ່າລືມສົ່ງກຳລັງໃຈເຊຍທັບນັກກິລາຄົນພິການລາວ.