ແມມຢູ ພ້ອມຂາຍ ຊານໂຊ່ ຫລັງຮຽກຟອມເກັ່ງ ບໍ່ໄດ້ ຫວັງເປີດທາງ ການາໂຊ ລົງໂຕຈິງເຕັມໂຕ

ແມນເຊັສເຕີ ຢູໄນເຕັດ ກຽມປ່ອຍໂຕ ຈາດອນ ຊານໂຊ່ ປີກຄວາມໄວສູງອອກຈາກທີມໃນລະດູຮ້ອນນີ້. ຫລັງຈາກຜົນງານບໍ່ເປັນທີ່ໜ້າພໍໃຈ.

ເມື່ອວັນທີ 5 ມິຖຸນາ 2023 ສື່ກິລາຕີຂ່າວລາຍງານວ່າ ແມນເຊັສເຕີ ຢູໄນເຕັດ ກຽມປ່ອຍໂຕ ຈາດອນ ຊານໂຊ່ ປີກທີມຊາດອັງກິດ ອອກຈາກສະໂມສອນ ຫລັງສະແດງຟອມແບບບໍ່ໜ້າປະທັບໃຈກັບທີມ. ຍິງ ແລະ ແອສຊິສ ລວມໄປທັງໝົດ 18 ປະຕູນັບຕັ້ງແຕ່ຍ້າຍມາເມື່ອປີ 2021 ໂດຍມີ ໂບຣຸສເຊຍ ດັອດມຸນ ລວມທັງ ແມນເຊັສເຕີ ຊິຕີ້ ແລະ ວັດຟອດ ໃຫ້ຄວາມສົນໃຈນັກເຕະປີກຄົນນີ້ໄປຮ່ວມທີມ.

ຖ້າ ຊານໂຊ່ ຍ້າຍອອກຈາກທີມໄປ, ມີລາຍງານວ່າ ເອຣິກ ເທນຮາກ ຄູຝຶກຂອງ ຜີສາດແດງ ຈະໃຫ້ ອາເລຮານໂດ ການາໂຊ່ ຂຶ້ນມາເປັນ 11 ໂຕຈິງໃນທີມຊຸດໃຫຍ່ຢ່າງເຕັມໂຕ. ເພາະເຂົາຫາກໍຕໍ່ສັນຍາໄລຍະຍາວກັບທີມໄປຮອດປີ 2028 ແລະ ສະແດງຟອມໄດ້ດີໃນຕະຫລອດໄລຍະທີ່ຜ່ານມາ.