ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນ ຈາກເຫດການ ລົດໄຟຕຳກັນຢູ່ອິນເດຍ ທາງການໄດ້ປະກາດຢຸດການຄົ້ນຫາຜູ້ລອດຊີວິດແລ້ວ

ຈາກເຫດການ ລົດໄຟຕຳກັນ 3 ຂະບວນຢູ່ປະເທດອິນເດຍ ໃນວັນທີ 2 ມິຖຸນາ 2023 ຜ່ານມາ, ມາຮອດວັນທີ 4 ມິຖຸນາ 2023 ທາງການໄດ້ຢຸດປະຕິບັດການຄົ້ນຫາຜູ້ລອດຊີວິດແລ້ວ, ຫລັງມີຄົນເສຍຊີວິດທັງໝົດ 288 ຄົນ ແລະ ບາດເຈັບອີກ 900 ຄົນ ຂະນະທີ່ ນາຍົກລັດຖະມົນຕີ ຢືນຢັນວ່າ ຈະຕ້ອງນຳຕົວຜູ້ກະທຳຜິດໃນເຫດການນີ້ມາລົງໂທດໃຫ້ໄດ້.

ລາຍງານຈາກການລົດໄຟອິນເດຍລະບຸວ່າ: ອຸບັດເຫດຄັ້ງນີ້ເປັນການຕຳກັນລະຫວ່າງລົດໄຟໂດຍສານສອງຂະບວນມີຄົນຢູ່ໃນລົດປະມານ 2,000 ຄົນ, ເຊິ່ງລົດໄຟຂະບວນ ໂຄໂຣມັນດໍ ເອັກເພັສ ແລ່ນມາຈາກເມືອງໂກກາຕາທາງຕາເວັນອອກ ໄປຍັງເມືອງເຈນໄນທາງຕອນໃຕ້ ແລ້ວຕົກລາງໄປຂວາງລາງລົດໄຟອີກເສັ້ນຢູ່ທາງຂ້າງ, ຫລັງຈາກນັ້ນອີກບໍ່ພໍເທົ່າໃດນາທີ ລົດໄຟດ່ວນ ຮາວຮາ ຊຸບເປີຟາສ ເອັກເພັສ ທີ່ແລ່ນສວນ ມາຈາກຝັ່ງກົງຂ້າມແລ້ວຕຳກັບຂະບວນທີ່ຂວາງເສັ້ນທາງຢູ່ ເຮັດໃຫ້ລົດໄຟທັງສອງຂະບວນ ຕຳກັບລົດໄຟຂົນສົ່ງສິນຄ້າທີ່ຈອດຢູ່ໃກ້ໆ.

ຢ່າງໃດກໍຕາມ ນີ້ເປັນພຽງຂໍ້ມູນຂອງເຫດການທີ່ເກີດຂຶ້ນເທົ່ານັ້ນ ໂດຍສາເຫດຍັງຢູ່ໃນລະຫວ່າງການສືບສວນວ່າເປັນເພາະເຫດຂັດຂ້ອງທາງເທັກນິກ ຫລື ຄວາມຜິດພາດຂອງຄົນເອງ.