ບໍ່ໄປຕາມຄາດໝາຍ! ການຕັ້ງເປົ້າສູ້ຊົນ ເງິນເຟີ້ສະເລ່ຍໝົດປີບໍ່ໃຫ້ເກີນ 9%

ທ່ານຜູ້ວ່າທະນາຄານແຫ່ງ ສປປ ລາວ ລາຍງານແຜນທິດທາງ 6 ເດືອນຕົ້ນປີ 2023 ຕໍ່ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນເດືອນທັນວາ 2022 ຜ່ານມາ ໂດຍລະບຸຕົວເລກຊັດເຈນວ່າ ຈະສູ້ຊົນອັດຕາເງິນເຟີ້ຂອງ ສປປ ລາວ ສະເລ່ຍໝົດປີ ບໍ່ໃຫ້ກາຍ 9% ເຊິ່ງເປັນສິ່ງທ້າທາຍເປັນທີ່ສຸດ ເນື່ອງຈາກວ່າ ໃນໄລຍະ6 ເດືອນທ້າຍປີ 2022 ສະເລ່ຍຢູ່ທີ່ 34,02% ຫລື ໝົດປີຢູ່ທີ່ 22,96%
ການຕັ້ງເປົ້າໝາຍເງິນເຟີ້ສະເລ່ຍໝົດປີບໍ່ເກີນ 9% ຕົວເລກລວມ 12 ເດືອນຕ້ອງບໍ່ເກີນ 108% ແຕ່ເມື່ອມາເບິ່ງຕົວເລກອັດຕາເງິນເຟີ້ລວມພຽງ 5 ເດືອນ ຕາມການລາຍງານຂອງສູນສະຖິຕິແຫ່ງຊາດ ຫລ້າສຸດ ວັນທີ 2 ມິຖຸນາ 2023 ແມ່ນທະລຸເກີນ 200% ສະເລ່ຍ 5 ເດືອນຢູ່ທີ່ 40% (ຫລື ຖ້າເອົາຕົວເລກ 5 ເດືອນມາສະເລ່ຍ ໃຫ້ 12 ເດືອນ ແມ່ນເກີນ 16%) ໝາຍຄວາມວ່າກາຍເປົ້າໝາຍຕົວເລກໝົດປີເປັນທີ່ຮຽບຮ້ອຍແລ້ວ.
ດັ່ງນັ້ນ, ຈຶ່ງສາມາດເວົ້າໄດ້ວ່າອັດຕາເງິນເຟີ້ ໝົດປີ ບໍ່ເກີນ 9% ຖືວ່າບໍ່ເປັນໄປຕາມຄາດໝາຍທີ່ຕັ້ງໄວ້
ເຖິງຢ່າງໃດກໍຕາມ ຕົວເລກອາດສູງກວ່າຄາດໝາຍກໍຕາມ ແຕ່ເມື່ອເບິ່ງ 2 ເດືອນຫລ້າສຸດ ຄືເດືອນເມສາ ແລະ ພຶດສະພາ ເຫັນໄດ້ວ່າອັດຕາເງິນເຟີ້ເລີ່ມຫລຸດລົງເປັນລຳດັບ ແຕ່ຕ້ອງຕິດຕາມຕໍ່ໄປວ່າ ຜົນຂອງການປະເມີນ ຫລື ທິດທາງແກ້ໄຂໃນຕໍ່ໜ້າຈະເປັນແນວໃດ ເຊິ່ງລັດຖະບານອາດມີວິທີທາງແກ້ໄຂໃໝ່ດ້ວຍວິທີການຕ່າງໆຕາມການຄົ້ນຄວ້າຕົວຈິງ.

