ຄັດເລືອກແລວທາງ ໂຄງການທາງດ່ວນ ວັງວຽງ-ລ້ອງແຈ້ງ-ອະນຸວົງ ແຂວງໄຊສົມບູນ

ແຫລ່ງຂ່າວແຂວງໄຊສົມບູນ ໃຫ້ຮູ້ວ່າ: ບໍລິສັດ ພິກັດ ທີ່ປຶກສາ ຈໍາກັດຜູ້ດຽວ ໄດ້ຜ່ານບົດລາຍງານການຄັດເລືອກແລວທາງຂອງໂຄງການທາງດ່ວນ ແຕ່ເມືອງວັງວຽງ ແຂວງວຽງຈັນ ຫາ ເມືອງລ້ອງແຈ້ງ, ເມືອງອະນຸວົງ ແຂວງໄຊສົມບູນ ໃນວັນທີ 31 ພຶດສະພາ 2023 ໂດຍການເປັນປະທານຂອງທ່ານ ພອຍຄໍາ ຮຸ່ງບຸນຍວງ, ເຈົ້າແຂວງໄຊສົມບູນ; ມີຕາງໜ້າຈາກກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນສົ່ງພ້ອມພາກກ່ຽວຂ້ອງເຂົ້າຮ່ວມ.

ໂຄງການດັ່ງກ່າວ ໄດ້ກໍານົດໜ້າວຽກໄວ້ ໃນ 2 ໄລຍະທາງຄື: ໄລຍະທີ 1 ແມ່ນແຕ່ເມືອງວັງວຽງ ແຂວງວຽງຈັນ ຫາ ເມືອງອະນຸວົງ ແຂວງໄຊສົມບູນ ແລະ ໄລຍະທີ 2 ແຕ່ເມືືອງອະນຸວົງ ຫາ ເມືອງລ້ອງແຈ້ງ ແຂວງໄຊສົມບູນໂດຍໄດ້ກໍານົດ 3 ແລວທາງເລືອກ ທີ່ປະກອບດ້ວຍຈຸດເຊື່ອມຕໍ່, ຈຸດຂຶ້ນ-ລົງ ແລະ ໄລຍະທາງທີ່ແຕກຕ່າງກັນ ເພື່ອໃຫ້ແຂວງໄຊສົມບູນພິຈາລະນາຮັບຮອງ.

ກອງປະຊຸມ, ໄດ້ຕົກລົງເປັນເອກະພາບຮັບຮອງເອົາແລວທາງເລືອກທີ 2 ຊຶ່ງເປັນແລວທາງທີ່ມີໄລຍະສັ້ນກວ່າໝູ່, ມີຈຸດທີ່ຕັ້ງທີ່ຢູ່ໃກ້ຄຽງກັບຊຸມຊົນ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມໜ້ອຍທີ່ສຸດ. ພ້ອມນີ້, ແຂວງໄຊສົມບູນ ໄດ້ສະເໜີໃຫ້ບໍລິສັດເພີ່ມບາງຈຸດທາງແຍກຂຶ້ນ-ລົງ ລະຫວ່າງ ເມືອງວັງວຽງ ຫາ ເມືອງອະນຸວົງ, ແກ້ໄຂບາງຈຸດເຊື່ອມຕໍ່ ລະຫວ່າງ ເມືອງອະນຸວົງ ຫາ ເມືອງລ້ອງແຈ້ງ ໃຫ້ມີຄວາມເໝາະສົມ ແລະ ສອດຄ່ອງກວ່າເກົ່າ ເພື່ອຮັບປະກັນໃຫ້ການພັດທະນາເສດຖະກິດ-ສັງຄົມ ແຂວງໄຊສົມບູນ ເປັນຕົ້ນແມ່ນ: ການຂົນສົ່ງສິນຄ້າ,ການທ່ອງທ່ຽວ ແລະ ການສັນຈອນໄປມາມີຄວາມສະດວກສະບາຍ ພາຍຫລັງທີ່ໂຄງການດັ່ງກ່າວສໍາເລັດ.