ສານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ໃນວັນທີ 5 ມິຖຸນາ 2023

- ພີ່ນ້ອງຮ່ວມຊາດ ທີຮັກແພງ ທັງຫລາຍ
ປີນີ້ກໍເປັນອີກປີໜຶ່ງ ທີ່ພວກເຮົາໄດ້ຮ່ວມກັບປະຊາຄົມໂລກ ສະເຫລີມສະຫລອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ວັນທີ 5 ມິຖຸນາ ເຊິ່ງປີ 2023 ນີ້ ແມ່ນຄົບຮອບ 50 ປີ ຂອງ ການສະເຫລີມສະຫລອງວັນສ້າງຕັ້ງວັນສິ່ງແວດລ້ອມໂລກ ໃນປີ 1973 ແລະ ຄົບຮອບ 24 ປີ ຂອງການ ສ້າງຕັ້ງວັນສິ່ງແວດລ້ອມແຫ່ງຊາດ. ເພື່ອເປັນການປູກຈິດສໍານຶກ ແລະ ປຸກລະດົມໃຫ້ປວງຊົນລາວບັນດາເຜົ່າ, ບັນດາອົງການຈັດຕັ້ງລັດ, ເອກະຊົນ ແລະ ອົງການຈັດຕັ້ງສັງຄົມ ໃນຂອບເຂດ ທົ່ວປະເທດ ໄດ້ສະແດງຄວາມຮັກ, ຫວງແຫນ, ເຫັນຄວາມສໍາຄັນຂອງສິ່ງແວດລ້ອມ ແລະ ເປັນເຈົ້າ ການຮ່ວມມືກັນປົກປັກຮັກສາສິ່ງແວດລ້ອມອັນລໍ້າຄ່າຂອງພວກເຮົາ ໂດຍຫົວຂໍ້ວັນສິ່ງແວດລ້ອມປີນີ້ ແມ່ນສຸມໃສ່ການແກ້ໄຂບັນຫາມົນລະພິດຈາກສິ່ງເສດເຫລືອປລາສຕິກ.
- ພີ່ນ້ອງຮ່ວມຊາດ ທີ່ຮັກແພງ,
ສິ່ງແວດລ້ອມ ເປັນປັດໄຈຕົ້ນຕໍ ໃນການດໍາລົງຊີວິດຂອງຄົນເຮົາ ແລະ ເປັນທຸກສິ່ງທຸກຢ່າງທີ່ ເຮັດໃຫ້ສິ່ງມີທີ່ຊີວິດ ດໍາລົງຄົງຕົວຢູ່ໄດ້ຕາມສະພາບຂອງມັນ, ໝາຍວ່າ ຖ້າຫາກພວກເຮົາມີສິ່ງແວດລ້ອມທີ່ດີ, ຄົນ, ສັດ ແລະ ພືດ ກໍມີສຸຂະພາບດີ, ລະບົບນິເວດກໍອຸດົມສົມບູນ, ການດໍາລົງຢູ່ຂອງສິ່ງມີຊີວິດມີຄວາມປອດໄພ, ສະອາດ ແລະ ທໍາມະຊາດກໍຂຽວສົດງົດງາມ. ນະໂອກາດນີ້, ຂ້າພະເຈົ້າ ຂໍຖືເປັນກຽດ ຕາງໜ້າ ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມພາກພູມໃຈ ທີ່ໄດ້ຮ່ວມກັບປວງຊົນລາວທັງຊາດ ແລະ ວົງຄະນາຍາດສາກົນສະເຫລີມສະຫລອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດພາຍ ໃຕ້ຄໍາຂວັນ “ສິ່ງແວດລ້ອມພວກເຮົາຈະດີ ຖ້າຫລຸດຜ່ອນການນໍາໃຊ້ປລາສຕິກ (BEAT PLASTICPOLLUTION).
- ພີ່ນ້ອງຮ່ວມຊາດ ທີ່ຮັກແພງ,
ປັດຈຸບັນປະຊາກອນໂລກໃນທຸກພາກພື້ນກໍາລັງປະເຊີນກັບສິ່ງທ້າທາຍຈາກການເສື່ອມໂຊມຂອງສິ່ງແວດລ້ອມ, ການສູນເສຍຄວາມຫລາກຫລາຍທາງດ້ານຊີວະນາໆພັນ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ ເປັນຕົ້ນແມ່ນ ບັນຫາມົນລະພິດ, ໄພແຫ້ງແລ້ງ, ໄພນໍ້າຖ້ວມ ແລະ ອາກາດທີ່ຮ້ອນ ອົບເອົ້າຂຶ້ນນັບມື້. ເນື່ອງຈາກການຂະຫຍາຍຕົວຢ່າງໄວວາຂອງເສດຖະກິດໂລກ ໃນຊຸມປີຜ່ານມາ, ສັງຄົມ ເຮົາໄດ້ມີການຜະລິດ ແລະ ນໍາໃຊ້ຜະລິດຕະພັນທີ່ເຮັດດ້ວຍ ປລາສຕິກ ເພື່ອອໍານວຍຄວາມສະດວກໃນຊີວິດປະຈໍາວັນຫລາຍຂຶ້ນ ເຊິ່ງເປັນການສ້າງຂີ້ເຫຍື້ອເພີ່ມຂຶ້ນ ແລະ ກາຍເປັນບັນຫາໃຫຍ່ທາງດ້ານ ສິ່ງແວດລ້ອມ. ອີງຕາມຂໍ້ມູນຈາກ ອົງການສະຫະປະຊາຊາດເພື່ອສິ່ງແວດລ້ອມ, ໃນແຕ່ລະປີ ມີການ ຜະລິດປລາດສະຕິກ ຫລາຍຫວ່າ 400 ລ້ານໂຕນ ໃນທົ່ວໂລກ ເຊິ່ງ 50% ຂອງປລາສຕິກແມ່ນໃຊ້ພຽງ ຄັ້ງດຽວກໍຖິ້ມເປັນຂີ້ເຫຍື້ອ. ອັນເຮັດໃຫ້ເກີດມີບັນຫາຂີ້ເຫຍື້ອປລາສຕິກ ເຊິ່ງໃນທົ່ວໂລກມີປະມານ 6.300 ລ້ານໂຕນ, ໃນນັ້ນປະມານ 9% ຖືກນໍາມາໃຊ້ຄືນໃໝ່, 12% ຖືກຈູດເຜົາ, 79% ແມ່ນຖືກນໍາ ໄປຖິ້ມໃນສະໜາມຂີ້ເຫຍື້ອ ແລະ ມີຈໍານວນໜຶ່ງຖືກຖິ້ມຊະຊາຍໂດຍບໍ່ມີການກໍາຈັດຢ່າງຖືກວິທີ.
ຂີ້ເຫຍື້ອ ປລາສຕິກ ມີການຍ່ອຍສະຫລາຍຍາກ ເຊິ່ງໂດຍທົ່ວໄປຈະໃຊ້ເວລາປະມານ 400-450 ປີຈຶ່ງຍ່ອຍ ສະຫລາຍ ເປັນຕົ້ນ ຂວດນໍ້າ, ຈອກນໍ້າ, ຂວດໃສ່ສະບູ, ຢາສະຜົມ, ຖົງຢາງປລາສຕິກ ແລະ ອື່ນໆ. ບັນຫາຂີ້ເຫຍື້ອປລາສຕິກ ສ່ວນໃຫຍ່ແມ່ນກໍໃຫ້ເກີດມົນລະພິດໃນອາກາດ, ດິນ ແລະ ນໍ້າ. ປລາສຕິກ ທີ່ຖືກຖິ້ມໃນນໍ້າ ເມື່ອດົນໄປມັນກໍເປື່ອຍ ກາຍເປັນເມັດຝຸ່ນນ້ອຍໆ ແລ້ວຖືກສະສົມຢູ່ໃນຕົວຂອງສັດນໍ້າ ເຊິ່ງສົ່ງຜົນ ກະທົບຕໍ່ສຸຂະພາບຄົນເຮົາ ເມື່ອນໍາເອົາສັດນໍ້າດັ່ງກ່າວມາບໍລິໂພກ. ຢູ່ໃນດິນກໍເຊັ່ນດຽວກັນ, ເມັດຝຸ່ນປລາສຕິກສາມາດກະທົບຕໍ່ໂຄງສ້າງ ແລະ ລະບົບນິເວດຂອງດິນ ແລະ ຍັງເຮັດໃຫ້ນໍ້າໃຕ້ດິນເກີດມີສານ ປົນເປື້ອນ, ຄຸນນະພາບທັງຂອງດິນ ແລະ ນໍ້າ ໃນບໍລິເວນດັ່ງກ່າວຫລຸດຕໍ່າລົງ ອັນສົ່ງຜົນໃຫ້ປະສິດທິພາບ ຂອງການຜະລິດກະສິກໍາ ແລະ ປະລິມານນໍ້າກິນ-ນໍ້າໃຊ້ທີ່ສະອາດນັບມື້ຫລຸດລົງ. ສ່ວນການຈູດເຜົາປລາສຕິກ, ນອກຈາກສົ່ງກິ່ນຂິວລົບກວນແລ້ວ ຂໍ້ມູນວິທະຍາສາດຍັງໄດ້ຢັ້ງຢືນວ່າ ມັນມີຜົນກະທົບທາງລົບ ໄລຍະຍາວຕໍ່ລະບົບຮ່າງກາຍຂອງຄົນເຮົາ ເຊັ່ນ: ລະບົບປະສາດ, ຕ່ອມ ແລະ ເຊວຕ່າງໆໃນຮ່າງກາຍ ລວມ ເຖິງລະບົບຫາຍໃຈ, ລະບົບຍ່ອຍອາຫານ ແລະ ລະບົບສືບພັນ ເຊິ່ງໜ້າເປັນຫ່ວງກ່ອນໝູ່ແມ່ນສຸຂະພາບ ແມ່ຍິງຖືພາ, ເດັກນ້ອຍ ແລະ ຜູ້ສູງອາຍຸ. ຍິ່ງໄປກວ່ານັ້ນ, ຍັງເປັນການປ່ອຍອາຍພິດ ທໍາລາຍຊັ້ນ ບັນຍາກາດ ເຮັດໃຫ້ເກີດພາວະໂລກຮ້ອນ ດັ່ງທີ່ພວກເຮົາປະເຊີນຢູ່ນໍາກັນຢູ່ທຸກມື້ນີ້.
ຕໍ່ກັບບັນຫາສິ່ງແວດລ້ອມດັ່ງກ່າວ, ວົງຄະນະຍາດສາກົນໄດ້ສະແດງຄວາມກັງວົນ ແລະ ມີຄວາມ ພະຍາຍາມໃນການແກ້ໄຂ ເຊິ່ງປະຈຸບັນນີ້ ລັດພາຄີຂອງສະຫະປະຊາຊາດ 175 ປະເທດ ໄດ້ເຫັນດີ ພ້ອມ ໃຈກັນສ້າງຂໍ້ຕົກລົງຮ່ວມທີ່ຈະມີຜົນບັງຄັບໃຊ້ທາງດ້ານກົດໝາຍກ່ຽວກັບມົນລະພິດຈາກປລາສຕິກ ໃນປີ 2024 ເພື່ອເປັນການຊຸກຍູ້ອັນສໍາຄັນໃນການຫລຸດຜ່ອນການປ່ອຍທາດອາຍພິດເຮືອນແກ້ວຈາກການ ຜະລິດ, ການນໍາໃຊ້ ແລະ ການກໍາຈັດ ປລາສຕິກ ທັງເປັນການປະກອບສ່ວນຕໍ່ເປົ້າໝາຍສາກົນ ເພື່ອຫລຸດຜ່ອນບັນຫາໂລກຮ້ອນ ໂດຍຈໍາກັດບໍ່ໃຫ້ອຸນຫະພູມສະເລ່ຍຂອງໂລກ ສູງຂຶ້ນກາຍ 1,5 ອົງສາເຊ.
ສໍາລັບ ສປປ ລາວ, ພວກເຮົາ ກໍກໍາລັງປະເຊີນໜ້າກັບຜົນກະທົບຕໍ່ສິ່ງແວດລ້ອມ ເຊິ່ງໃນປີນີ້ ໜັກໜ່ວງກວ່າໝູ່ແມ່ນບັນຫາໝອກຄວັນ (ຝຸ່ນລະອອງຂະຫນາດນ້ອຍ) ຫລື PM 2.5 ທີ່ມີສາເຫດມາຈາກໄຟໄໝ້ປ່າ, ອາຍຄວັນເຜົາໄໝ້ຈາກຫລາຍແຫລ່ງ ເຊັ່ນ: ໂຮງຈັກໂຮງງານ, ພາຫະນະ ແລະ ຈາກການຈູດຂີ້ເຫຍື້ອຊະຊາຍ ເປັນຕົ້ນແມ່ນ ຂີ້ເຫຍື້ອ ປລາສຕິກ ເຊິ່ງນອກຈາກປ່ອຍອາຍພິດໃນອາກາດແລ້ວຍັງສົ່ງກິ່ນ ລົບກວນ ເຮັດໃຫ້ເກີດມີຂໍ້ຂັດແຍ່ງໃນຊຸມຊົມທີ່ດໍາລົງຊີວິດຮ່ວມກັນໃນບໍລິເວນໃກ້ຄຽງ.
ນອກນີ້, ປະຊາຊົນລາວຈໍານວນຫລາຍ ຍັງມີຄວາມຊີນເຄີຍໃນການນໍາໃຊ້ປລາສຕິກ ເພື່ອຮັບໃຊ້ໃນການດໍາລົງລົງຊີວິດປະຈໍາວັນ ແລະ ການສະເຫລີມສະຫລອງງານບຸນປະເພນີຕ່າງໆ ເຊິ່ງມີການບໍລິການ ແລະ ການຊົມໃຊ້ສິນຄ້າເຮັດດ້ວຍປລາສຕິກທີ່ໃຊ້ພຽງຄັ້ງດຽວນັບມື້ມີຈໍານວນເພີ່ມຂຶ້ນ. ນອກນັ້ນ, ຢູ່ຄົວ ເຮືອນ, ສໍານັກງານ, ຫ້າງຮ້ານ, ຮ້ານອາຫານ ແລະ ຕາມສະຖານທີ່ທ່ອງທ່ຽວ ກໍມີການນໍາໃຊ້ ປລາສຕິກນັບມື້ນັບຫລາຍຂຶ້ນເຊັ່ນກັນ. ການນໍາເຂົ້າສິນຄ້າທີ່ເຮັດດ້ວຍ ປລາສຕິກ ຂອງ ສປປ ລາວ ແມ່ນກວມເອົາ ຈໍານວນຫລາຍກວ່າສິນຄ້າປະເພດອື່ນ ດ້ວຍມູນຄ່າຫລາຍກວ່າ 200 ລ້ານໂດລາ ໃນປີ 2022. ໃນນະຄອນຫລວງວຽງຈັນ, ການຜະລິດຂີ້ເຫຍື້ອແມ່ນ 500-600 ໂຕນ/ວັນ, ແຕ່ສາມາດເກັບ ແລະ ຂົນຖ່າຍ ໄປກໍາຈັດຢູ່ສະໜາມຂີ້ເຫຍື້ອໄດ້ພຽງແຕ່ 300-350 ໂຕນ/ວັນ, ສ່ວນທີ່ຍັງເຫລືອ ປະມານ 250-300 ໂຕນ ແມ່ນຖືກປະປ່ອຍ ແລະ ທໍາລາຍແບບຊະຊາຍ. ໃນເຂດຊົນນະບົດເຖິງວ່າປະລິມານຂອງຂີ້ເຫຍື້ອຍັງບໍ່ຫລາຍ ແຕ່ຄວາມສາມາດໃນການໃຫ້ການບໍລິການເກັບມ້ຽນຂີ້ເຫຍື້ອຍັງບໍ່ທັນທົ່ວເຖິງ, ຍັງມີການຖິ້ມຂີ້ ເຫຍື້ອຊະຊາຍຕາມແຫລ່ງຕ່າງໆ ແລະ ຈຸດທໍາລາຍພາຍໃນຄົວເຮືອນ. ໃນສະພາບການດັ່ງທີ່ກ່າວມານີ້, ລັດຖະບານ ກໍໄດ້ພະຍາຍາມຂົນຂວາຍຫລາຍວິທີທາງ ເພື່ອກໍາຈັດຂີ້ເຫຍື້ອໃຫ້ຖືກຕ້ອງຕາມເຕັກນິກວິທີການ ແລະ ນໍາກັບມາໃຊ້ຄືນໃຫ້ເກີດປະໂຫຍດ ເພື່ອຫລຸດຜ່ອນບັນຫາສິ່ງແວດລ້ອມ ໂດຍໄດ້ຮ່ວມມືກັບພາກເອກະຊົນ ແລະ ຄູ່ຮ່ວມງານສາກົນ ສ້າງເປັນແຜນງານ, ໂຄງການເພື່ອຈັດຕັ້ງປະຕິບັດ ແລະ ໄດ້ຂະຫຍາຍການບໍລິການເກັບຂີ້ເຫຍື້ອໃຫ້ເພີ່ມຂຶ້ນ. ໃນດ້ານນະໂຍບາຍ ກໍໄດ້ມີການຜັນຂະຫຍາຍບັນດາສັນຍາສາກົນ ໂດຍສ້າງເປັນກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍເພື່ອຄຸ້ມຄອງສິ່ງເສດເຫລືອ ເຊິ່ງອັນພົ້ນເດັ່ນກວ່າໝູ່ແມ່ນໄດ້ສ້າງ ແຜນດໍາເນີນງານແຫ່ງຊາດກ່ຽວກັບການຄຸ້ມຄອງສິ່ງເສດເຫລືອຈາກປລາສຕິກ ຂອງ ສປປ ລາວ 2022-2030 ແລະ ສົ່ງເສີມເສດຖະກິດໝູນວຽນເຊິ່ງເປັນລະບົບເສດຖະກິດເພື່ອ ຫລຸດຜ່ອນສິ່ງເສດເຫລືອ ແລະ ໃຊ້ຊັບພະຍາກອນທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດ ແລະ ໃຫ້ມີຄວາມຍືນຍົງ ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ,
ນອກຈາກບັນຫາຂີ້ເຫຍື້ອຈາກ ປລາສຕິກ ຍັງມີບັນຫາສິ່ງແວດລ້ອມ ທີ່ເກີດຈາກບັນດາໂຄງການ ພັດທະນາຕ່າງໆ ເຊິ່ງລັດຖະບານ ໄດ້ກໍານົດໃຫ້ປະຕິບັດມາດຕະການຫລຸດຜ່ອນ ແລະ ແກ້ໄຂຢ່າງເປັນລະບົບ ພ້ອມທັງໄດ້ມີການຕິດຕາມກວດກາຢ່າງເຂັ້ມງວດ. ໄດ້ມີການປັບປຸງນະໂຍບາຍ ແລະ ນິຕິກໍາ ໃຫ້ແທດເຫມາະກັບສະພາບການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ, ເຊື່ອມສານວຽກງານສິ່ງແວດລ້ອມ ເຂົ້າໃນແຜນພັດທະນາຂອງຂະແໜງການຕ່າງໆ ເປັນຕົ້ນ: ພື້ນຖານໂຄງລ່າງ, ກະສິກໍາ, ບໍ່ແຮ່, ພະລັງງານ, ການທ່ອງທ່ຽວ ແລະ ອື່ນໆ. ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໄດ້ ກໍານົດວຽກງານຈຸດສຸມ, ເສີມຂະຫຍາຍທຸກຄວາມສາມາດ ແລະ ທ່າແຮງບົ່ມຊ້ອນ, ຮັບປະກັນການ ພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງ, ເພີ່ມທະວີການປົກປັກຮັກສາ ແລະ ແກ້ໄຂບັນຫາສິ່ງແວດລ້ອມ ເຊິ່ງນະໂຍບາຍ ແລະ ທິດທາງດັ່ງກ່າວ ແມ່ນໄດ້ຮັບການຜັນຂະຍາຍຢ່າງກວ້າງຂວາງ ຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX (2021-2025) ແລະ ແຜນພັດທະນາຂອງຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍເນັ້ນໜັກໃສ່ການນໍາໃຊ້ຊັບພະຍາກອນທໍາມະຊາດ ໃຫ້ເກີດປະໂຫຍດສູງສຸດ ແລະ ມີຄວາມຍືນຍົງ, ສິ່ງແວດລ້ອມໄດ້ຮັບການປົກປັກຮັກສາ ແລະ ປາສະຈາກມົນລະພິດ. ທັງໝົດເຫລົ່ານີ້ ໄດ້ຢັ້ງຢືນໃຫ້ເຫັນຢ່າງເດັ່ນຊັດເຖິງທິດທາງການພັດທະນາຂອງ ສປປ ລາວ ຕາມທິດສີຂຽວ, ຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ຢ່າງສະເໝີຕົ້ນສະເໝີປາຍ. ຂ້າພະເຈົ້າເຊື່ອໝັ້ນວ່າ ເສດຖະກິດ-ສັງຄົມ ທີ່ຈະເລີນຮຸ່ງເຮືອງຄຽງຄູ່ກັບການມີສິ່ງແວດລ້ອມ ທີ່ດີແມ່ນຄວາມມຸ່ງມາດປາດຖະຫນາອັນແຮງກ້າຂອງປະຊາຊົນລາວທັງຊາດ.
ເນື່ອງໃນໂອກາດ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ປີ 2023 ນີ້, ຂ້າພະເຈົ້າ ຂໍຕາງໜ້າລັດຖະບານ ເຊີນຊວນທຸກພາກສ່ວນ, ທຸກຊັ້ນຄົນ ປະກອບສ່ວນເຂົ້າໃນການໂຄສະນາ, ສ້າງຂະບວນການ, ສ້າງຈິດສໍານຶກຕ່າງໆ, ພ້ອມກັນ ເປັນເຈົ້າການ ປະຕິບັດມາດຕະການຫລຸດຜ່ອນຜົນກະທົບຕໍ່ ສິ່ງແວດລ້ອມໃນທຸກຂົງເຂດຢ່າງຕັ້ງໜ້າ. ພິເສດ, ເພື່ອແກ້ໄຂໄດ້ບັນດາຜົນກະທົບທີ່ຢັ້ງຢືນດ້ວຍຂໍ້ມູນວິທະຍາສາດ ທີ່ດັ່ງທີ່ຂ້າພະເຈົ້າ ໄດ້ກ່າວມານັ້ນ, ພວກເຮົາຈົ່ງຮ່ວມແຮງຮ່ວມໃຈກັນຫັນປ່ຽນຈິນຕະນາການ ແລະ ປັບປ່ຽນພຶດຕິກໍາໃນການດໍາລົງຊີວິດ, ການຜະລິດ ແລະ ການຊົມໃຊ້ເຄື່ອງບໍລິໂພກ- ອຸປະໂພກ ໃຫ້ເປັນມິດກັບສິ່ງແວດລ້ອມ. ສິ່ງສໍາຄັນແມ່ນຕ້ອງປະຕິບັດຕາມລະບຽບກົດໝາຍ ແລະ ບັນດາຂໍ້ແນະນໍາທີ່ຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໄດ້ວາງອອກ ຢ່າງເຂັ້ມງວດ.
ສິ່ງແວດລ້ອມ ບໍ່ແມ່ນເລື່ອງໄກຕົວຂອງພວກເຮົາທຸກຄົນ, ພວກເຮົາ ຈົ່ງເລີ່ມຈາກການຫັນມາ ຊົມໃຊ້ຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ເຊັ່ນ: ຖົງຜ້າ, ຂວດແກ້ວ, ຈອກແກ້ວ ລວມທັງ ວັດສະດຸທໍາມະຊາດທີ່ຍ່ອຍສະຫລາຍໄດ້ງ່າຍ ມາແທນທີ່ການນໍາໃຊ້ປລາສຕິກພຽງຄັ້ງດຽວແລ້ວຖິ້ມເປັນຂີ້ເຫຍື້ອ. ພວກເຮົາ ຕ້ອງເດັດດ່ຽວຢຸດການຖິ້ມ, ຢຸດການຈູດຂີ້ເຫຍື້ອຊະຊາຍ ແລະ ຫັນມາສົ່ງເສີມການປູກຕົ້ນໄມ້ໃນບໍລິເວນພື້ນທີ່ຂອງຕົນ ແລະ ສະຖານທີ່ສາທາລະນະຕາມທີ່ໄດ້ກໍານົດໄວ້ໃຫ້ຫລາຍຂຶ້ນ ເພື່ອຊ່ວຍໃຫ້ອາກາດເຢັນລົງກວ່ານີ້. ທັງໝົດນີ້ ກໍເພື່ອເຮັດໃຫ້ການດໍາລົງຊີວິດຂອງພວກເຮົາສະດວກສະບາຍຂຶ້ນ ແລະ ຊ່ວຍປະກອບສ່ວນສ້າງປະເທດລາວອັນສວຍງາມ ແລະ ແສນຮັກຂອງພວກເຮົາໃຫ້ເຕັມໄປດ້ວຍສີຂຽວ, ມີອາກາດສົດຊື່ນ, ສະອາດ, ເປັນລະບຽບຮຽບຮ້ອຍ ແລະ ສວຍງາມກວ່າເກົ່າ.

