ເວເນຊູເອລາເລີ່ມຊື້-ຂາຍ ນ້ຳມັນເປັນເງິນຢວນ

ລັດຖະບານເວເນຊູເອລາກຳນົດລາຄາຂາຍນ້ຳມັນດິບດ້ວຍສະກຸນເງິນຢວນເປັນເທື່ອທຳອິດໃນປະຫວັດສາດ ເພື່ອແກ້ໄຂສະຖານະການຈາກການຖືກອາເມລິກາຂວ້ຳບາດທາງເສດຖະກິດ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງກາຣາກັດ ປະເທດເວເນຊູເອລາ ໃນວັນທີ 15 ກັນຍາວ່າ: ກະຊວງປີໂຕຼລຽມຂອງເວເນຊູເອລາເປີດເຜີຍລາຄານ້ຳມັນດິບວ່າປິດຕະຫຼາດໃນຮອບອາທິດນີ້ໃນລາຄາ 306,26 ຢວນຕໍ່ 1 ບາເຣນ ຫຼື ປະມານ 46,7 ໂດລາສະຫະລັດ ປັບຂຶ້ນຈາກລາຄາປະຈຳອາທິດຜ່ານມາເຊິ່ງມີລາຄາ 300,91 ຢວນຕໍ່ 1 ບາເຣນ. ຖືເປັນເທື່ອທຳອິດໃນປະຫວັດສາດທີ່ລັດຖະບານກາຣາກັດກຳນົດລາຄາຊື້-ຂາຍນ້ຳມັນດິບໂດຍໃຊ້ສະກຸນເງິນຢວນຂອງຈີນ.
ທັງນີ້, ປະທານາທິບໍດີ ນິໂກລຳ ມາດູໂຣ ປະກາດໃນອາທິດຜ່ານມາວ່າ: ເວເນຊູເອລາຈະເລີ່ມກຳນົດລາຄາຂາຍສິນຄ້າຫຼາຍລາຍການ ລວມທັງນ້ຳມັນດິບ, ຄຳ ແລະ ແກັສທຳມະຊາດ ເປັນສະກຸນເງິນອື່ນທີ່ບໍ່ແມ່ນໂດລາສະຫະລັດ ໂດຍຈະເລີ່ມຈາກເງິນຢວນ, ເງິນຣູເບິລຂອງຣັດເຊຍ, ເງິນຣູປີຂອງອິນເດຍ ແລະ ເງິນເຢນຂອງຍີ່ປຸ່ນ ເພື່ອແກ້ໄຂສະຖານະການຈາກມາດຕະການຂວ້ຳບາດທາງເສດຖະກິດຂອງອາເມລິກາ ທີ່ຈຳກັດສິດຂອງເວເນຊູເອລາໃນການເຂົ້າເຖິງແຫຼ່ງທຶນ ແລະ ພັນທະບັດ ແລະ ການຫ້າມສະຖາບັນການເງິນຂອງອາເມລິກາຊື້ພັນທະບັດທີ່ອອກໂດຍລັດຖະບານເວເນຊູເອລາ ແລະ ບໍລິສັດ ພີດີວີເອສເອ ລັດວິສາຫະກິດນ້ຳມັນຂອງລັດຖະບານກາຣາກັດ.
ເຖິງຢ່າງໃດກໍຕາມ, ນັກວິເຄາະບາງສ່ວນເບິ່ງວ່າ: ການທີ່ລັດຖະບານກາຣາກັດກຳນົດລາຄານ້ຳມັນດິບ ໂດຍອ້າງອີງເງິນຢວນຍັງບໍ່ອາດສ້າງການປ່ຽນແປງໄດ້ຫຼາຍ ເນື່ອງຈາກຕະຫຼາດສ່ວນຫຼາຍຍັງໃຊ້ເງິນໂດລາສະຫະລັດ ຫລື ເງິນເອີໂຣ. ນອກຈາກນີ້ ເວເນຊູເອລາມີກຳນົດຊຳລະໜີ້ 2 ງວດໃນເດືອນຕຸລາ ແລະ ພະຈິກນີ້ ເປັນຈຳນວນທັງໝົດ 3.800 ລ້ານໂດລາສະຫະລັດ, ແຕ່ເງິນທຶນຕ່າງປະເທດສຳຮອງຂອງລັດຖະບານກາຣາກັດເຫຼືອບໍ່ຮອດ 10.000 ລ້ານໂດລາສະຫະລັດ.

