ຮາແລນ ເຜີຍຢາກຄວ້າ 3 ແຊ້ມກັບເຮືອໃບ ນີ້ຄືເຫດຜົນທີ່ ແມນຊິຕີ້ ຊື້ຂ້ອຍມາຮ່ວມທີມ

ເອລລິງ ຮາແລນ ກອງໜ້າຟອມຮ໋ອດຂອງ ແມນເຊັສເຕີ ຊິຕີ້ ຍອມຮັບວ່າຄົງເປັນຄວາມຝັນທີ່ຈະເປັນຈິງຖ້າຫາກ 3 ແຊ້ມຮ່ວມກັບ “ເຮືອໃບສີຟ້າ” ກັບລະດູການທໍາອິດທີ່ຫລິ້ນໃຫ້ກັບຕົ້ນສັງກັດ.

ແມນເຊັສເຕີ ຊິຕີ້ ມີໂອກາດສານຄວາມຝັນທີ່ຈະຄວ້າສາມແຊ້ມໃນລະດູການນີ້. ເມື່ອພວກເຂົາຕ້ອງລົງແຂ່ງຂັນນັດຊີງຊະນະເລີດ FA Cup ກັບ ແມນເຊັສເຕີ ຢູໄນເຕັດ ໃນວັນເສົາທີ 3 ມິຖຸນານີ້, ຈາກນັ້ນມີຄິວທີ່ຈະພົບກັບ ອິນເຕີ ມິລານ ທີ່ນະຄອນອິສຕັນບູລ ຕວັກກີ ໃນນັດຊິງຊະນະເລີດ ຢູຟາ ແຊ້ມປ້ຽນລີກ ວັນເສົາໜ້າ.

ຖ້າຫາກ ເປບ ກົວດີໂອລາ ແລະ ຜູ້ຫລິ້ນຂອງລາວສາມາດປະສົບຜົນສໍາເລັດໄດ້, ມັນຫມາຍຄວາມວ່າ ຊິຕີ້ ຈະກ້າວຂຶ້ນທຽບລັດສະໝີຂອງ ແມນເຊັສເຕີ ຢູໄນເຕັດ ໃນສະໄໝຂອງ ເຊີອາເລັກ ເຟີກູສັນ ທີ່ຄວ້າ 3 ແຊ້ມຢ່າງຫຍິ່ງໃຫຍ່ໃນປີ 1999.

ຮາແລນ ຜູ້ທີ່ຍິງໄດ້ເຖິງ 52 ປະຕູໃນທຸກການແຂ່ງຂັນສໍາລັບ ຊິຕີ້ ໃນລະດູການນີ້, ໄດ້ເຜີຍວ່າຕົນເອງມີຄວາມຕັ້ງໃຈທີ່ຈະນໍາພາທີມໄປຄວ້າສາມແຊ້ມໃຫ້ໄດ້ ເພາະມັນຄືກັບຄວາມຝັນຖ້າຫາກສຳເລັດ. “ມັນເປັນເລື່ອງທີ່ໜ້າເຫລືອເຊື່ອທີ່ຈະສາມາດສ້າງປະຫວັດສາດແບບນັ້ນໄດ້.”