ພືດຜັກທີ່ນໍາມາຂາຍຢູ່ຕະຫຼາດແຂວງບໍ່ແກ້ວ ເກືອບ 70% ແມ່ນນໍາເຂົ້າຈາກຕ່າງປະເທດ

ທ່ານ ວັນໄຊ ແກ້ວກາງເພັງ ຫົວໜ້າ ຂະແໜງການຄ້າພາຍໃນ ພະແນກອຸສາຫະກໍາ ແລະ ການຄ້າແຂວງບໍ່ແກ້ວ ໃຫ້ສຳພາດໂທລະພາບ ແຂວງບໍແກ້ວ ວັນທີ 2 ມິຖຸນາ 2023 ນີ້ ວ່າ: ຜ່ານມາໄດ້ເອົາໃຈໃສ່ລົງຕິດຕາມການສະໜອງ, ການຈໍາໜ່າຍ ແລະ ລາຄາຂາຍຍົກ-ຂາຍຍ່ອຍທີ່ຂຶ້ນ-ລົງແບບຜິດປົກກະຕິ ຕົ້ນຕໍແມ່ນສິນຄ້າທີ່ນອນຢູ່ໃນບັນຊີຄວບຄຸມ ແລ້ວອອກມາດຕະການແກ້ໄຂໃນແຕ່ລະໄລຍະເພື່ອຄວບຄຸມ ສະພາບການເພີ່ມ ຂຶ້ນແບບກ້າວກະໂດດຂອງລາຄາສິນຄ້ທີ່ກະທົບໄວເຊັ່ນ: ຊີ້ນສັດແລະເຂົ້າກິນ

ປັດຈຸບັນສັງເກດເຫັນວ່າມີການເໜັງຕີງເພີ່ມຂຶ້ນເກືອບທຸກລາຍການໃນຂອບເຂດທົ່ວປະເທດ, ເວົ້າສະເພາະກໍສິນຄ້າພາຍໃນແຂວງບໍ່ແກ້ວໂດຍສະເພາະໝວດສະບຽນອາຫານ ປະເພດລາຍການສິນຄ້າທີ່ນອນຢູ່ໃນບັນຊີຄວບຄຸມ ແລະ ບໍ່ນອນຢູ່ໃນລາຍການຄວບຄຸມ ທຽບໃສ່ ເດືອນ5 ປີຜ່ານມາ ລາຄາສະເລ່ຍລວມເພີ່ມຂຶ້ນ 15,59%, ຊີ້ນສັດເພີ່ມຂຶ້ນ 15,42%, ສ່ວນປະເພດນໍ້າປາ, ນໍ້າສະອິ້ວ, ແປງນົວ ແລະ ນໍ້າມັນພືດ ເພີ່ມຂຶ້ນ 25,43% ແລະ ປະເພດພືດຜັກ ເພີ່ມຂຶ້ນ 13,41%.

ຕໍ່ກັບການເພີ່ມຂຶ້ນຂອງລາຄາດັ່ງກ່າວ ຍ້ອນສິນຄ້າອຸປະໂພກ-ບໍລິໂພກທີ່ຈຳເປັນຕໍ່ການດຳລົງຊີວິດປະຈຳວັນ ສ່ວນໃຫຍ່ແມ່ນການນຳເຂົ້າຈາກຕ່າງປະເທດ ຍ້ອນເໜັງຕີງຂອງອັດຕາແລກປ່ຽນເງິນຕາຕ່າງປະເທດ. ພາຍໃນຕະຫຼາດເທສະບານ ພືດຜັກທີ່ນໍາເຂົ້າມາຂາຍຈຳນວນສ່ວນໃຫຍ່ ເກືອບ70% ແມ່ນນຳເຂົ້າມາຈາກຕ່າງປະເທດ, ສ່ວນພືດຜັກພາຍໃນແມ່ນມີພຽງບາງລາຍການເທົ່ານັ້ນ, ສະນັ້ນລາຄາຊື້-ຂາຍ ພືດຜັກ ຈຶ່ງເໜັງຕີງໄປຕາມປະເທດຕົ້ນທາງ ທີ່ນຳເຂົ້າ  ທຽບໃສ່ໄລຍະທ້າຍເດືອນ 4 ຜ່ານມາເຫັນວ່າເພີ່ມຂຶ້ນ1,14 % ແລະ ທຽບໃສ່ເດືອນ 5 ປີ 2022 ເພີ່ມຂຶ້ນ 16,26%, ໄປຄຽງຄູ່ກັບການສະໜອງພາຍໃນ ພື້ນຖານການຜະລິດ ຍັງມີຈຳນວນໜ້ອຍ, ຜົນຜະລິດແມ່ນຕາມລະດູການ ບາງໄລຍະມີຜົນຜະລິດຫຼາຍ ຫຼື ໜ້ອຍ ບາງປະເພດພືດຜັກແມ່ນບໍ່ມີເລີຍໃນຊ່ວງໄລຍະລະດູຝົນ.

ຂ່າວ: ໂທລະພາບແຂວງບໍ່ແກ້ວ