ສໍາເລັດໂຄງການສ້າງໂອກາດການມີວຽກເຮັດງານທຳໃຫ້ແຮງງານເຄື່ອນຍ້າຍກັບຄືນປະເທດ

ວັນທີ 26 ພຶດສະພາ 2023 ຜ່ານມານີ້ ກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີປິດໂຄງການສ້າງໂອກາດການມີວຽກເຮັດງານທຳໃຫ້ແຮງງານເຄື່ອນຍ້າຍກັບຄືນປະເທດ ແລະ ການເຊື່ອມເຂົ້າໃນການພັດທະນາເສດຖະກິດຂອງທ້ອງຖິ່ນ ເພື່ອຕອບໂຕ້ຜົນກະທົບຂອງພະຍາດໂຄວິດ-19ພາຍໃຕ້ ແຜນງານຮ່ວມມື ອົງການແຮງງານສາກົນ ແລະ ການ​ສະ​ຫ​ນັບ​ສະ​ຫນູນ​ທອນ​ຈາກລັດ​ຖະ​ບານ​ຍີ່​ປຸ່ນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ອານຸສອນ ຄໍາສິງສະຫວັດ,ຫົວໜ້າກົມການຈັດຫາງານ ກະຊວງ ຮສສ; ທ່ານ ຈຸນຍາ ນາກາໂນະ(Junya NAKANO), ອັກຄະລັດຖະທູດປະເທດ ຍີ່ປຸ່ນ ປະຈໍາ ສປປ ລາວ;  ທ່ານ ວຽງ​ປະ​ສິດ ທິບ​ພະ​ສຸ​ດາ ຜູ້ປະສານງານ ຂອງອົງການແຮງງານສາກົນ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ອານຸສອນ ຄໍາສິງສະຫວັດ ໄດ້ກ່າວວ່າ: ຈຸດປະສົງ ຂອງພິທີໃນຄັ້ງນີ້ ເພື່ອເປັນການສະຫຼຸບລາຍງານ ແລະ ປິດໂຄງການດັ່ງກ່າວ ຊຶ່ງຖືເປັນການຈັດຕັ້ງຜັນຂະຫຍາຍນະໂຍບາຍ, ທິດທາງ ແລະ ແຜນງານ ຂອງວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໄລຍະ 2021-2025 ແລະ ວາລະແຫ່ງຊາດ ເພື່ອພັດທະນາສີມືແຮງງານ ໃຫ້ແຮງງານໃນຂອບເຂດທົ່ວປະເທດ ເຂົ້າສູ່ຕໍາແໜ່ງງານໃໝ່ ແລະ ການປະກອບອາຊີບຈໍານວນ 15.000 ຄົນ, ທົດສອບມາດຕະຖານສີມືແຮງງານ ຕາມມາດຕະຖານສີມືແຮງງານແຫ່ງຊາດ ໃຫ້ໄດ້ 1.700 ຄົນ; ສົ່ງເສີມການຈັດຫາວຽກເຮັດງານທຳໃນຕະຫຼາດແຮງງານຕາມຂະແໜງການເສດຖະກິດໃນຕົວເມືອງ ແລະ ຊົນນະບົດ ຢູ່ພາຍໃນ ແລະ ຕ່າງປະເທດ ຈໍານວນ 392.197 ຄົນ ໃນນີ້ ຜູ້ຢູ່ນອກກໍາລັງແຮງງານ ທີ່ພ້ອມເຂົ້້າສູ່ການເຮັດວຽກ 355.620 ຄົນ, ກໍາລັງແຮງງານທີ່ຈະເພີ່ມຂຶ້ນໃໝ່ ແລະ ຜູ້ວ່າງງານ 36.577 ຄົນ.

ຊຶ່ງໂຄງການດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ ເດືອນເມສາ 2022 ຫາ ເດືອນ ພຶດ​ສະ​ພາ 2023 ເປັນໄລຍະເວລາ ທັງ​ຫມົດ 14 ເດືອນ ໂດຍກຸ່ມເປົ້າໝາຍແຮງງານເຄື່ອນຍ້າຍ, ແຮງ​ງານ​ຫວ່າງ​ງານ​ທີ່​ມີ​ຄວາມ​ສ່ຽງ​ເປັນ​ແຮງ​ງານ​ເຄື່ອຍ​ຍ້າຍ, ຜູ້ທີ່ມີຄວາມຕ້ອງການຢາກເປັນຜູ້ປະກອບການ ແລະ ຈຸນລະວິສາຫະກິດ,ວິສາຫະກິດຂະໜາດນ້ອຍ ແລະ ກາງຢູ່ 3ແຂວງຄື: ແຂວງສະຫວັນນະເຂດ, ຈໍາປາສັກ ແລະ ນະຄອນຫຼວງວຽງຈັນ. ໂດຍ​ຈຸດ​ປະ​ສົງ​ຫລັກ​ຂອງ​ໂຄງ​ການ​ແມ່ນ​ເພື່ອ​​ສະໜັບສະໜູນ​ ແລະ ໃຫ້​ການ​ຊ່ວຍ​ເຫລືອແຮງ​ງານເຄື່ອນ​ຍ້າຍ​ກັບ​ຄືນ​ປະ​ເທດ, ຜູ້ທີ່ມີຄວາມຕ້ອງ ການຢາກເປັນຜູ້ປະກອບການ ​ແລະ ຟື້ນ​ຟູ​ຂະ​ແໜງ MSME ​ໃຫ້​ກັບ​ຄືນ​ມາ​ມີ​ສ່ວນ​ຮ່ວມ​ໃນການ​ພັດ​ທະ​ນາ​ເສດ​ຖະ​ກິດ, ​​ສ້າງ​ລາຍ​ຮັບ ​ແລະ ເພີ່ມ​ໂອກາດ​ການ​ຈ້າງ​ງານ​ທີ່​​ມີ​ຄ່າ​ຈ້າງ ໃຫ້ຍືນ​ຍົງກວ່າ​ເກົ່າ ຜ່ານ​ການ​ເສີມ​ຂະຫຍາຍ​ການ​ຜະລິດ ​ແລະ ການ​ບໍລິການ​ທ້ອງ​ຖິ່ນ​ໃນ​ຫຼາຍ​ຂະ​ແໜງ​ເສດຖະກິດ​ທີ່​ສຳຄັນ​​ພ້ອມ​ກັບສົ່ງເສີມມາດຕະການປ້ອງກັນ COVID-19. ​ ເພື່ອ​ໃຫ້​ບັນ​ລຸ​ເປົ້າ​ຫມາຍ​ ທາງ​ໂຄງ​ການ​ໄດ້ໃຫ້​ການ​ຊ່ວຍ​ເຫລືອ​ທາງ​ດ້ານ​ອຸ​ປະ​ກອນ ແລະ ເຕັກ​ນິກວິ​ຊາ​ການໃຫ້​ແກ່​ບັນ​ດາ​ຄູ່​ຮ່ວມ​ຈັດ​ຕັ້ງ​ປະ​ຕິ​ບັດ ໂດຍ​ສະ​ເພາະ​ແມ່ນ ​ກົມ​ການ​ຈັດ​ຫາ​ງານ, ຈຸດ​ບໍ​ລິ​ການ​ຈັດ​ຫາ​ງານ 7 ຈຸດ ໃນ 3 ແຂວງ​ເປົ້າ​ຫມາຍ, ສະ​ຖາ​ບັນ ແລະ ສູນ​ຝຶກ​ທັກ​ສະ​ສີ​ມື​ແຮງ​ງານ ທັງ 6 ແຫ່ງ, ແລະ ສະ​ຄົມ​ສະ​ມາ​ຊິກ​ສະ​ພາ​ການ​ຄ້າ ເຊີ່ງ​ພາຍ​ໃນ​ໄລ​ຍະ​ຈັດ​ຕັ້ງ​ປະ​ຕິ​ບັດ ມີ​ແຮງ​ງານ​ທັງ​ຫມົດ 328 ຄົນ ໄດ້​ຮັບ​ການ​ຝຶກ​ທັກ​ສະ ແລະ ອອກ​ໃບ​ປະ​ກາດຢັ້ງ​ຢືນ​ທັກ​ສະ ແລະ ໃນ​ຈຳ​ນວນນີ້ 178 ຄົນ ແມ່ນ​ມີ​ໂອ​ກາດ​ໄດ້​ເຂົ້າ​ວຽ​ກ.

ການຈັດຕັ້ງວຽກງານຈັດຫາງານ ແລະ ພັດທະນາສີມືແຮງງານໃນໄລຍະຜ່ານມາ ແມ່ນຍັງມີຄວາມຈໍາກັດທາງດ້ານງົບປະມານ , ການມີສ່ວນຮ່ວມຂອງບັນດາພາກລັດ ພາກເອກະຊົນທີ່ກ່ຽວຂ້ອງຕ່າງໆ ເພື່ອຊ່ວຍຂັບເຄື່ອນການພັດທະນາ ແລະ ແກ້ໄຂບັນຫາການມີວຽກເຮັດງານທໍາຂອງແຮງງານ. ຈາກສະພາບການຈັດຕັ້ງປະຕິບັດຕົວຈິງ ຄວາມຮຽກຕ້ອງການ ຂອງການຈັດຫາງານ ແລະ ພັດທະນາສີມືແຮງງານ ພາຍໃນ, ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຈື່ງມີຄວາມຈໍາເປັນຈະຕ້ອງໄດ້ ສຸມໃສ່ຈັດຕັ້ງປະຕິບັດວຽກງານຈັດຫາງານ ພັດທະນາສີມືແຮງງານເປັນອັນລະອຽດ, ຊັດເຈນ, ກ້ວາງຂວາງ ແລະ ເປັນລະບົບຂຶ້ນເພື່ອເຮັດໃຫ້ແຮງງານລາວ ໄດ້ຮັບການພັດທະນາ ສາມາດມີວຽກເຮັດງານທໍາທີ່ໝັ້ນຄົງ, ມີລາຍໄດ້ທີ່ເໝາະສົມ.

#ຂ່າວສານແຮງງານແລະສະຫວັດີການສັງຄົມ#ຮສສ