ເຊັນ MOU ໂຄງການທາງດ່ວນ ແຕ່ເມືອງວັງວຽງ ແຂວງວຽງຈັນ ຫາ ເມືອງລ້ອງແຈ້ງ ແລະ ເມືອງອະນຸວົງ ແຂວງໄຊສົມບູນ.

ວັນທີ 31 ພຶດສະພາ 2023 ບໍລິສັດ ເອກະຊົນ ໄດ້ເຂົ້າມາຜ່ານບົດລາຍງານການຄັດເລືອກແລວທາງ ຂອງໂຄງການທາງດ່ວນ ແຕ່ເມືອງວັງວຽງ ແຂວງວຽງຈັນ ຫາ ເມືອງລ້ອງແຈ້ງ, ເມືອງອະນຸວົງ ແຂວງໄຊສົມບູນ ໂດຍການເປັນປະທານ ຂອງທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ, ແລະມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມໄດ້ສະເໜີບົດລາຍງານຄັດເລືອກແລວທາງ ຂອງໂຄງການທາງດ່ວນ ແຕ່ເມືອງວັງວຽງ ແຂວງວຽງຈັນ ຫາ ເມືອງລ້ອງແຈ້ງ ແລະ ເມືອງອະນຸວົງ ແຂວງໄຊສົມບູນ.
ປັດຈຸບັນ ບໍລິສັດໄດ້ເຊັນບົດບັນທຶກຄວາມເຂົ້າໃຈ MOU ກັບ ລັດຖະບານແຫ່ງ ສປປ ລາວ ຊຶ່ງຕາງໜ້າໂດຍກະຊວງແຜນການ ແລະ ການລົງທຶນ ເພື່ອດໍາເນີນການສໍາຫຼວດ, ເກັບກໍາຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້ ຂອງໂຄງການ ຕາມຂັ້ນຕອນ ແລະ ໜ້າວຽກ ທີ່ໄດ້ກໍານົດໄວ້ ໃນ 2 ຊ່ວງທາງຄື: ຊ່ວງທີ1 ແຕ່ເມືອງວັງວຽງ ແຂວງວຽງຈັນ ຫາ ເມືອງອະນຸວົງ ແຂວງໄຊສົມບູນ ແລະ ຊ່ວງທີ 2 ແຕ່ເມືອງອະນຸວົງ ຫາ ເມືອງລ້ອງແຈ້ງ ແຂວງໄຊສົມບູນ. ພ້ອມທັງກໍານົດຈຸດເຊື່ອມຕໍ່, ຈຸດຂຶ້ນ-ລົງ ແລະ ໄລຍະທາງ ທີ່ແຕກຕ່າງກັນ ເພື່ອໃຫ້ແຂວງໄຊສົມບູນ ຮັບຮອງ. ສ່ວນຈະມີການລົງມືກໍ່ສ້າງມື້ໃດນັ້ນທາງພາກສ່ວນກ່ຽວຂ້ອງຈະອອກມາລາຍງານຕື່ມພາຍຫລັງ.
ການລົງນາມໃນບົດບັນທຶກຄວາມເຂົ້າໃຈດັ່ງກ່າວໄດ້ຍົກໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງບໍລິສັດໃນການຮ່ວມມືກັບລັດຖະບານ ສປປ ລາວ ແລະ ສຶກສາຄົ້ນຄວ້າໂຄງການເສັ້ນທາງທີ່ສະເໜີໃຫ້ກວມເອົາຫຼາຍພາກສ່ວນ ແລະ ແຂວງ. ຂໍ້ລິເລີ່ມຍຸດທະສາດນີ້ຖືໄດ້ທ່າແຮງໃນການປັບປຸງພື້ນຖານໂຄງລ່າງການຂົນສົ່ງ, ອໍານວຍຄວາມສະດວກໃນການເຊື່ອມຕໍ່, ແລະເປີດເສັ້ນທາງສໍາລັບການພັດທະນາໃນອະນາຄົດ, ລວມທັງການສ້າງຕັ້ງລີສອດປະສົມປະສານແລະ courier check casino ທີ່ສາມາດຊຸກຍູ້ການເຕີບໂຕຂອງເສດຖະກິດແລະການທ່ອງທ່ຽວໃນພາກພື້ນ.

