ຂໍ້ຫຍຸ້ງຍາກເວລາເກີດອັກຄີໄພ ແມ່ນການໄປ ເອົານໍ້າມາມອດໄຟ ເນື່ອງຈາກກອກນໍ້າມີຈໍາກັດ
ວັນທີ 29 ພຶດສະພາ 2023 ຜ່ານມາ, ທ່ານ ພັອ ວິລະພອນ ວົງຄຳມຸນຕີ, ຫົວໜ້າກົມຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ, ກົມໃຫ່ຍຕຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ລາຍງານວ່າ: ໃນໄລຍະ 5 ເດືອນຕົ້ນປີ 2023 (ເດືອນມັງກອນ-ເດືອນພຶດສະພາ) ທົ່ວປະເທດມີອັກຄີໄພເກີດຂຶ້ນທັງໝົດ 139 ຄັ້ງ, ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ, ເຮືອນຖືກໄຟໄໝ້ 114 ຫລັງ, ຖືກໄຟລວກ 20 ຫລັງ, ຕະຫລາດຖືກໄຟໄໝ້ 3 ແຫ່ງ, ຣີສອດ 3 ຫລັງ, ຫ້ອງແຖວ 2 ຫລັງ ແລະ ຫ້ອງການບ້ານ 1 ຫລັງ. ນອກຈາກນີ້ ມີລົດໃຫຍ່ຖືກໄຟໄໝ້ 11 ຄັນ ແລະ ປ່າໄມ້ຖືກທໍາລາຍຈໍານວນຫລາຍ. ອັກຄີໄພທີ່ເກີດຂຶ້ນຫລາຍກວ່າໝູ່ແມ່ນຢູ່ນະຄອນຫລວງວຽງຈັນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນຫລາຍສົມຄວນ ແລະ ຍັງບໍ່ທັນສາມາດປະເມີນຜົນເສຍຫາຍທີ່ລະອຽດຊັດເຈນໄດ້ເທື່ອ, ສ່ວນສາເຫດຂອງການເກີດອັກຄີໄພ ລວມມີ: ໄຟຟ້າລັດວົງຈອນ 50 ຄັ້ງ, ຂາດສະຕິ 33 ຄັ້ງ, ຄົນຈູດ 10 ຄັ້ງ ແລະ ອື່ນໆ. ສໍາລັບໄລຍະທີ່ເກີດອັກຄີໄພຫລາຍກວ່າໝູ່ແມ່ນໃນລະຫວ່າງເດືອນມີນາ-ເດືອນເມສາ ເນື່ອງຈາກສະພາບອາກາດຮ້ອນອົບເອົ້າຫລາຍ ແລະ ບໍ່ມີຝົນຕົກ ເຮັດໃຫ້ເກີດອັກຄີໄພໄດ້ງ່າຍ, ໃນນີ້ ລວມເຖີງໄຟໄໝ້ລາມປ່າ ເຊີ່ງເກີດຂຶ້ນຢູ່ຫລາຍແຂວງ, ໃນນີ້ ສະເພາະຢູ່ນະຄອນຫລວງວຽງຈັນ ເກີດໄຟໄໝ້ລາມປ່າເສຍຫາຍໜັກໜ່ວງແມນຢູ່ເຂດພູພະນັງໃນເມືອງສັງທອງ.
ທ່ານໃຫ້ຮູ້ຕື່ມວ່າ: ຂໍ້ຫຍຸ້ງຍາກສໍາຄັນໜຶ່ງທີ່ພົບເຫັນໃນເວລາເກີດອັກຄີໄພ ແມ່ນການໄປເອົານໍ້າມາມອດໄຟໃນເວລາທີ່ລົດສີດນໍ້າໝົດແລ້ວ, ເນື່ອງຈາກກອກນໍ້າມີຈໍາກັດ ເຖີງວ່າເຈົ້າໜ້າທີ່ຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ແນະນໍາແລ້ວວ່າໃນເວລາຈະກໍ່ສ້າງຕຶກອາຄານ ຫລື ສໍານັກງານຕ່າງໆ ຕ້ອງມີກອກນໍ້າໄວ້ຢູ່ໃກ້ຄຽງເພື່ອສະດວກເວລາເກີດອັກຄີໄພແຕ່ບໍ່ໄດ້ຮັບການຮ່ວມມືເທົ່າທີ່ຄວນ.

