ສປປ ເກົາຫລີ ເຜີຍ ການສົ່ງດາວທຽມໃນວັນທີ 31 ພຶດສະພາ ລົ້ມເຫລວ ກຽມປະຕິບັດການໃໝ່ອີກໃນມໍ່ໆນີ້

ສໍານັກຂ່າວ KCNA ຂອງທາງການ ສປປ ເກົາຫລີ ເປີດເຜີຍວ່າ: ການສົ່ງດາວທຽມສອດແນມທາງທະຫານ Malligyong-1 ຂຶ້ນສູ່ຫ້ວງອະວະກາດໃນວັນທີ 31 ພຶດສະພາ ປະສົບຄວາມລົ້ມເຫລວ ຫລັງລະບົບການສົ່ງດາວທຽມຂັ້ນທີ 2 ເຮັດວຽກຜິດປົກກະຕິ ສົ່ງຜົນໃຫ້ໂຕບູສເຕີ ແລະ ສ່ວນບັນທຸກອຸປະກອນ (Payload) ຕົກລົງສູ່ທະເລ ແຕ່ທາງການກຽມຈະເປີດປະຕິບັດການໃໝ່ອີກໃນມໍ່ໆນີ້.
ລາຍງານລະບຸວ່າ: ພາລະກິດຂອງຈະຫລວດສົ່ງດາວທຽມ Chollima-1 ປະສົບຄວາມລົ້ມເຫລວ ເນື່ອງຈາກເຄື່ອງຈັກ ແລະ ລະບົບເຊື້ອໄຟເຮັດວຽກບໍ່ສະຖຽນ ສົ່ງຜົນໃຫ້ຊິ້ນສ່ວນຂອງຈະຫລວດຕົກລົງໃນທະເລຕາເວັນຕົກ (West Sea). ຂະນະທີ່ສໍານັກງານພັດທະນາອະວະກາດແຫ່ງຊາດຂອງ ສປປ ເກົາຫລີ ກ່າວວ່າ: ຈະກວດສອບຄວາມລົ້ມເຫລວຄັ້ງນີ້ຢ່າງຮີບດ່ວນ ແລະ ຈະດໍາເນີນການສົ່ງດາວທຽມໃໝ່ອີກ ຫລັງຈາກໄດ້ມີການທົດລອງຮຽບຮ້ອຍແລ້ວ.
ກອງທັບ ສ.ເກົາຫລີ ເປີດເຜີຍວ່າ: ທາງການພົບຊາກຊິ້ນສ່ວນຂອງຈະຫລວດດັ່ງກ່າວຫ່າງຈາກເກາະອີຊອງ (Eocheong) ໄປທາງຕາເວັນຕົກປະມານ 200 ກິໂລແມັດ ເມື່ອເວລາປະມານ 08:05 ໂມງ ຕາມເວລາທ້ອງຖິ່ນ ແລະ ກໍາລັງຢູ່ລະຫວ່າງເກັບກູ້ຊາກດັ່ງກ່າວ ເພື່ອນໍາມາວິເຄາະຕໍ່ໄປ.
ສໍານັກຂ່າວ Reuters ລາຍງານວ່າ: ພາລະກິດທີ່ເກີດຂຶ້ນເປັນຄວາມພະຍາຍາມສົ່ງດາວທຽມຄັ້ງທີ 6 ຂອງ ສປປ ເກົາຫລີ ແລະ ເປັນຄັ້ງທໍາອິດນັບແຕ່ປີ 2016 ເຊິ່ງມີເປົ້າໝາຍສໍາຄັນຄືການສົ່ງດາວທຽມສອດແນມໜ່ວຍທໍາອິດຂອງປະເທດຂຶ້ນສູ່ວົງໂຄຈອນໃນອະວະກາດ.
ອ້າງອີງ:
https://www.reuters.com/…/north-korea-fires-space…/
https://www.barrons.com/…/seoul-military-releases…

