ການວິໄຈຊີ້ວ່າ ສິງກະໂປເປັນເມືອງທີ່ຊື້ ຫລື ເຊົ່າເຮືອນແພງທີ່ສຸດໃນອາຊີ ລາຄາເຮືອນສະເລ່ຍ 1,2 ລ້ານໂດລາສະຫະລັດ ເຊົ່າເດືອນລະ 2.596 ໂດລາສະຫະລັດ

ສະຖາບັນທີ່ດິນໃນເມືອງ (Urban Land Institute: ULI) ເຊິ່ງເປັນອົງການວິໄຈບໍ່ສະແຫວງຫາກໍາໄລດ້ານທີ່ຢູ່ອາໄສໃນພາກພື້ນອາຊີ-ປາຊີຟິກ ເຜີຍແຜ່ລາຍງານ “ດັດຊະນີການມີເຮືອນ (Home Attainability Index)” ຫລ້າສຸດໃນວັນທີ 30 ພຶດສະພາ ພົບວ່າ: ສິງກະໂປ ໄດ້ຮັບການຈັດອັນດັບໃຫ້ເປັນເມືອງທີ່ແພງສຸດໃນການຊື້ ຫລື ເຊົ່າເຮືອນ ໂດຍລາຄາສະເລ່ຍຂອງເຮືອນສ່ວນຕົວໃນປີ 2022 ລາຄາ 1,2 ລ້ານໂດລາສະຫະລັດ ເຊິ່ງແພງກວ່າຮົງກົງສະເລ່ຍລາຄາ 1,16 ລ້ານໂດລາສະຫະລັດ. ຂະນະທີ່ລາຄາເຊົ່າເຮືອນຢູ່ສິງກະໂປຍັງແພງທີ່ສຸດໃນພາກພື້ນ ສະເລ່ຍເດືອນລະ 2.596 ໂດລາສະຫະລັດ.
ລາຍງານດັ່ງກ່າວສະແດງໃຫ້ເຫັນເຖິງພາບລວມຂອງຂອບເຂດລາຄາເຮືອນທີ່ສາມາດຫາຊື້ໄດ້ໃນ 45 ເມືອງ ໃນ 9 ປະເທດຂອງອາຊີ-ປາຊີຟິກ ໄດ້ແກ່ ອົດສະຕຣາລີ, ຈີນ, ອິນເດຍ, ສ.ເກົາຫລີ, ຍີ່ປຸ່ນ, ອິນໂດເນເຊຍ, ສິງກະໂປ, ຟີລິບປິນ ແລະ ຫວຽດນາມ.
ໂດຍຄວາມສາມາດໃນການຊື້ ພົບວ່າລາຄາສະເລ່ຍເຮືອນສ່ວນຕົວຢູ່ສິງກະໂປສູງກວ່າລາຍໄດ້ຄອບຄົວສະເລ່ຍຂອງຊາວສິງກະໂປ 13,7 ເທົ່າ ເຊິ່ງມາດຕະຖານຄ່າສະເລ່ຍລາຄາເຮືອນທີ່ສູງກວ່າຄ່າສະເລ່ຍລາຍໄດ້ຄອບຄົວເກີນ 5 ເທົ່ານັ້ນ ໝາຍຄວາມວ່າການເປັນເຈົ້າຂອງເຮືອນຢູ່ສິງກະໂປເກືອບຈະ “ເປັນໄປບໍ່ໄດ້”.
ຂະນະທີ່ໃນປີ 2022 ລາຄາສະເລ່ຍຂອງເຮືອນຢູ່ສິງກະໂປເພີ່ມຂຶ້ນຫລາຍກວ່າ 8%. ຂະນະທີ່ລາຄາເຮືອນຢູ່ຮົງກົງຫລຸດລົງ 8,7%.
ສໍາລັບປັດໄຈທີ່ສົ່ງຜົນເຮັດໃຫ້ລາຄາເຮືອນຢູ່ສິງກະໂປເພີ່ມສູງຂຶ້ນມາຈາກຈໍານວນຜູ້ອົບພະຍົບທີ່ຫລັ່ງໄຫລເຂົ້າມາຈໍານວນຫລາຍ ແລະ ຄວາມນິຍົມໃນການຍ້າຍອອກຈາກຄອບຄົວໄປຫາບ່ອນຢູ່ໃໝ່ຂອງໄວໜຸ່ມ.
ນອກຈາກນີ້ ຍັງມີປັດໄຈຈາກອຸປະທານທີ່ຢູ່ອາໄສໃໝ່ທີ່ຫລຸດລົງໃນໄລຍະຜ່ານມາ ເນື່ອງຈາກການຢຸດສະງັກຂອງຕ່ອງໂສ້ອຸປະທານ ທັງວັດສະດຸກໍ່ສ້າງ ແລະ ແຮງງານທີ່ເປັນຜົນຈາກການລະບາດຂອງໂຄວິດ.
ຂະນະທີ່ລັດຖະບານສິງກະໂປໄດ້ພະຍາຍາມແກ້ໄຂບັນຫາຂອງລາຄາເຮືອນທີ່ສູງຂຶ້ນດ້ວຍການອອກມາດຕະການຕ່າງໆເຊັ່ນ: ການເພີ່ມອັດຕາພາສີສໍາລັບຜູ້ຊື້ເຮືອນຊາວຕ່າງປະເທດເປັນ 2 ເທົ່າ ຫລື 60% ທີ່ປະກາດໃນເດືອນເມສາຜ່ານມາ.
ໃນທາງອັດຕາການເປັນເຈົ້າຂອງເຮືອນຂອງປະຊາກອນສິງກະໂປຍັງສູງເຖິງເກືອບ 90% ເຊິ່ງເປັນຜົນຈາກນະໂຍບາຍຂອງລັດຖະບານທີ່ມີຄວາມມຸ້ງໝັ້ນໃນການໃຫ້ປະຊາກອນໄດ້ມີເຮືອນໃນລາຄາທີ່ເໝາະສົມ ນັບແຕ່ໄລຍະທໍາອິດທີ່ສິງກະໂປໄດ້ຮັບເອກະລາດໃນປີ 1960.
ອ້າງອີງ:

