ແມັກໄກວ ອ້ອນຂໍ ເທນຮາກ ໃຫ້ລົງໂຕຈິງ ຊ່ວຍ ແມນຢູ ພົບ ແມນຊິຕີ້ ລຸ້ນແຊ໋ມ FA cup

ຈະບໍ່ເຮັດໃຫ້ຜິດຫວັງ! ຫົວໜ້າທີມ ແມນເຊັສເຕີ ຢູໄນເຕັດ ເປີດໃຈ ຫລັງຊ່ວຍທີມຊະນະສົ່ງທ້າຍ ພຣີເມຍລີກ ຈົບອັນດັບ 3 ພ້ອມຂໍໂອກາດລູ້ນແຊ້ມ FA Cup.

ເມື່ອວັນທີ 29 ພຶດສະພາ 2023 ແຮຣີ ແມັກໄກວ ກອງຫລັງຫົວໜ້າທີມຂອງ ແມນເຊັສເຕີ ຢູໄນເຕັດ ໃຫ້ສຳພາດຫລັງຈົບການແຂ່ງຂັນ ພຣີເມຍລີກ ອັງກິດ ລະດູການ 2022-23 ດ້ວຍການຈົບອັນດັບ 3 ຫລັງເປີດບ້ານເອົາຊະນະ ຟູແລມ 2-1 ເຮັດໃຫ້ “ຫົງແດງ” ເກັບເພີ່ມເປັນ 75 ຄະແນນ ເໜືອ ນິວຄາສເຊິນ ຢູໄນເຕັດ ທີ່ຈົບອັນດັບທີ 4 ຫລັງຈາກສະເໝີ ເຊວຊີ 1-1.

ໃນລະດູການນີ້, ແຮຣີ ແມັກໄກວ ຖືກບຽດຫລຸດອອກຈາກ 11 ໂຕຈິງຂອງ ແມນເຊັສເຕີ ຢູໄນເຕັດ ລົງ 11 ນັດ ຫລັງປະສົບບັນຫາຟອມຕົກ ແລະ ໄດ້ຮັບບາດເຈັບຫລາຍຄັ້ງ. ແລະ ຍັງມີ​ຄູ່ແຂ່ງ​ຄື ລິຊານໂດ ມາຕິເນຊ ເຂົ້າມາຊີງຕຳແໜ່ງ ນອກ​ເໜືອ​ໄປ​ຈາກ ຣາຟາເອລ ວາຣານ, ວິກຕໍ ລິນເດເລີຟ ແລະ ລຸກ ຊໍ ທີ່​ປ່ຽນຈາກ​ເບື້ອງ​ຊ້າຍ​ມາ​ບີບເພີ່ມ​ຕື່ມ​ອີກ.