ລັດຖະບານຍີ່ປຸ່ນ ມອບລົດຂົນສົ່ງ ວັກຊີນ-ຢາ-ອຸປະກອນການແພດ 12 ຄັນໃຫ້ແກ່ກະຊວງສາທາລະນະສຸກ

ວັນທີ 25 ພຶດສະພາ 2023 ຜ່ານມາ, ລັດຖະບານຍີ່ປຸ່ນ ມອບ-ຮັບ ລົດຂົນສົ່ງຢາ, ວັກຊີນ ແລະ ອຸປະກອນການແພດ, ຈຳນວນ 12 ຄັນ ໃຫ້ກະຊວງສາທາລະນະສຸກ ໂດຍການເຂົ້າຮ່ວມຂອງ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ Mr. NAKANO Junya ເອກອັກຄະຣາຊະທູດ ແຫ່ງປະເທດຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍບັນດາກົມອ້ອມຂ້າງເຂົ້າຮ່ວມ.

ໂດຍຜ່ານມາ ທາງຂະແໜງການສາທາລະນະສຸກຍັງມີຂໍ້ຫຍຸ້ງຍາກໃນການສະໜອງ ແລະ ຈັດສົ່ງຢາ-ອຸປະກອນການແພດ ໃຫ້ໄດ້ທັນຕາມແຜນ, ລົດທີ່ລັດຖະບານຍີ່ປຸ່ນມອບໃຫ້ກະຊວງສາທາລະນະສຸກໃນຄັ້ງນີ້ ແມ່ນ ຈຳນວນ 12 ຄັນ ເຊິ່ງເປັນລົດຂົນສົ່ງທີ່ທັນສະໄໝ, ມີຄວາມເໝາະສົມກັບການໝູນໃຊ້ໃນວຽກງານພະລາທິການຢູ່ຂັ້ນທ້ອງຖິ່ນ, ຈະໄດ້ປະຕິບັດໜ້າທີ່ຮັບໃຊ້ແກ່ການສະໜອງຢາ-ອຸປະກອນການແພດ ທີ່ມາຈາກການຈັດຫາ, ການສະໜອງໃນລະບົບປົກກະຕິ ຊຶ່ງມີຈຸດປະສົງແນໃສ່ ເຮັດໃຫ້ການຂົນສົ່ງຢາ, ວັກຊີນ ແລະ ອຸປະກອນການແພດ ນຳສົ່ງໄປຮອດຈຸດໝາຍປາຍທາງຢ່າງທົ່ວເຖິງ, ພຽງພໍ ແລະ ທັນການ ໃນຂອບເຂດທົ່ວປະເທດ.

ຍານພາຫະນະດັ່ງກ່າວທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ ແມ່ນຈະໄດ້ແຈກຢາຍໃຫ້ແກ່ ບັນດາແຂວງ ແລະ ພາກສ່ວນທີ່ຍັງມີຄວາມຕ້ອງການຈຳເປັນໃຊ້ເຊັ່ນ: ແຂວງຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສາລະວັນ ແລະ ສູນສະໜອງຢາ-ອຸປະກອນການແພດ.