ຕຳຫລວດໄທ ຈັບແກ້ງສົ່ງຂໍ້ຄວາມ ແອບອ້າງເປັນທະນາຄານຕົວະດູດເງິນ ມີຜູ້ເສຍຫາຍລວມ 175 ລ້ານກວ່າບາດ

ສຳນັກຂ່າວ thairath ລາຍງານວ່າ: ວັນທີ 25 ພຶດສະພາ 2023 ຜ່ານມາ, ຕຳຫລວດໄຊເບີໄທ ເປີດປະຕິບັດການທຳລາຍແກ້ງໂຈນແອບອ້າງເປັນທະນາຄານສົ່ງຂໍ້ຄວາມ ຕວົະດູດເງິນເຫຍື່ອ, ຈັບຜູ້ຖືກຫາໄດ້ 6 ຄົນ ພ້ອມອຸປະກອນເຄື່ອງຈຳລອງສະຖານີຖານ 5 ເຄື່ອງ ຕິດຕັ້ງໃນລົດໃຫຍ່ 4 ຄັນ ເປັນລົດເຄື່ອນທີ່ ສົ່ງຂໍ້ຄວາມເຂົ້າໃນມືຖືຄົນທີ່ຢູ່ໃກ້ຄຽງ ແລ້ວແອບອ້າງເປັນຂໍ້ຄວາມຈາກທະນາຄານ ຫລື ໜ່ວຍງານອື່ນທີ່ລວງໃຫ້ກົດລິ້ງທີ່ແນບໄປ ກ່ອນຕິດຕັ້ງແອັບພິເຄຊັນຄວບຄຸມເຄື່ອງໄລຍະໄກ ດູດເງິນຈາກແອັບທະນາຄານໃນມືຖືໄປຈົນໝົດ ໂດຍຜູ້ຕ້ອງຫາຍອມຮັບສາລະພາບວ່າ ຮັບຈ້າງມາຈາກນາຍທຶນທີ່ຢູ່ປະເທດເພື່ອນບ້ານ ສົ່ງອຸປະກອນໄຮເທັກມາພ້ອມໃຫ້ຄ່າຈ້າງເດືອນລະ 8 ໜື່ນບາດ.
ຈາກການສືບສວນ ແລະ ວິເຄາະຂໍ້ມູນພົບວ່າ: ຄົນຮ້າຍນຳເຄື່ອງຈຳລອງສະຖານີຖານ ໄວ້ໃນລົດລັກສະນະລົດເຄື່ອນທີ່ ຂັບອອກໄປຕາມສະຖານທີ່ຕ່າງໆໃນເຂດກຸງເທບ ແລະ ປະລິມົນທົນ ຫາກລົດແລ່ນໄປທາງໃດຈະສົ່ງສັນຍານໄປຍັງໂທລະສັບບໍລິເວນໃກ້ຄຽງແລ້ວສົ່ງຂໍ້ຄວາມສັ້ນ ອ້າງເປັນສະຖາບັນການເງິນ ເປັນຕົ້ນແມ່ນ: ອ້າງວ່າມີຜູ້ເຂົ້າສູ່ລະບົບທະນາຄານຂອງເຈົ້າຂອງມືຖືຫລືເຈົ້າຂອງບັນຊີຈາກອຸປະກອນອື່ນ ຫາກບໍ່ໄດ້ດຳເນີນການດ້ວຍຕົນເອງກະລຸນາຕິດຕໍ່ທັນທີ” ພ້ອມແນບລິ້ງ ຫາກປະຊາຊົນຫລົງເຊື່ອກົດລິ້ງ ຈະເຮັດຖືກຕິດຕັ້ງແອັບພິເຄຊັ່ນຄວບຄຸມເຄື່ອງໄລຍະໄກ ສາມາດໂອນເງິນຈາກບັນຊີທະນາຄານທີ່ຕິດຕັ້ງໃນໂທລະສັບໜ່ວຍນັ້ນທັນທີ, ມີຂໍ້ມູນຮັບແຈ້ງຄວາມໃນໄລຍະ 3 ເດືອນ ຜ່ານມາ ລວມມູນຄ່າເສຍຫາຍ 175.159.482 ບາດ.
ເຊິ່ງອຸປະກອນທີ່ໃຊ້ກໍ່ເຫດມີ 4 ສ່ວນນຳມາປະກອບເປັນ 1 ຊຸດຄື: ແບັດເຕີຣີ່, ແລັບທອບທີ່ລົງໂປຣແກຣມໄວ້, ເສົາສັນຍານ ແລະ MISI-catcher ເຊິ່ງຖືກໃຊ້ງານສືບຣັດຊະການລັບໃນອາເມຣິກາ ເມື່ອປະກອບກັນຈະເປັນຕົວສົ່ງສັນຍານຂະໜາດນ້ອຍ, ແລະ ຈະເລືອກກໍ່ເຫດໃນພື້ນທີ່ ທີ່ເປັນຊຸມຊົນຂະໜາດໃຫຍ່ມີປະຊາກອນຢູ່ເປັນຈຳນວນຫລາຍ ເຄື່ອງດັ່ງກ່າວສາມາດສົ່ງສັນຍານໄປຍັງໂທລະສັບໄດ້ມື້ລະ 20,000 ໝາຍເລກ/1ເຄື່ອງ.

