ຫາລື ຮ່າງດຳລັດວ່າດ້ວຍການປັບໃໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບປ່າໄມ້

ວັນທີ 25-26 ພຶດສະພາ 2023, ກົມກວດກາປ່າໄມ ກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ ປຶກສາຫາລື ຮ່າງດຳລັດວ່າດ້ວຍ ການປັບໃໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບປ່າໄມ້ ຂຶ້ນ ຢູ່ເມືອງວັງ​ວຽງ ​ແຂວງ ວຽງຈັນ, ປະທານໂດຍ ທ່ານ ສຸນັນທາ ຈຸນລະມະນີ ວ່າການຫົວຫນ້າກົມກວດກາປ່າໄມ້ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເພື່ອຄົ້ນຄວ້າ, ປຶກສາຫາລື, ປະກອບຄຳຄິດຄຳເຫັນ ໃສ່ຮ່າງດຳລັດວ່າດ້ວຍການປັບໃໝ ແລະ ການນໍາໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບປ່າໄມ້ ເຊິ່ງເປັນດຳລັດສ້າງຂື້ນໃໝ່, ໂດຍການຜັນຂະຫຍາຍມາດຕາ 170 ຂອງກົດໝາຍວ່າດ້ວຍປ່າໄມ້ ເພື່ອເປັນເຄື່ອງມື ກໍຄື ນິຕິກຳເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ປ່າໄມ້ ດຳເນີນການປັບໃໝຕໍ່ກະທຳຜິດກົດໝາຍ ແລະ ລະບຽບການ ກ່ຽວກັບປ່າໄມ້ ແລະ ຊັບພະຍາກອນປ່າໄມ້.