ສານປະຊາຊົນສູງສຸດ ລາວ-ຫວຽດນາມ ແລກປ່ຽນບົດຮຽນ ໃນ 4 ຂົງເຂດວຽກງານ

ວັນທີ 23 ພຶດສະພາ ຜ່ານມາ, ທ່ານ ບຸນຂວາງ ທະວີສັກ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານສານປະຊາຊົນສູງສຸດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມ ຢາມ ແລະ ພົບປະເຮັດວຽກຮ່ວມກັບສານປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຟາມ ກວັ໋ກ ຮຶ່ງ ຮອງປະທານສານປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ຊຶ່ງໃນການເຄື່ອນໄຫວວຽກງານຄັ້ງນີ້ ແມ່ນເພື່ອຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ລະຫວ່າງ ສານປະຊາຊົນ ສອງປະເທດ ກໍຄືການຜັນຂະຫຍາຍ ການຕົກລົງຮ່ວມມືກັນ ລະຫວ່າງ ປະ ທານສານປະຊາຊົນສູງສຸດ ສອງປະເທດ ແລະ ບົດບັນທຶກຮ່ວມມືລະຫວ່າງ ສອງຂະແໜງການທີ່ມີມາຮ່ວມກັນ ພ້ອມກັນນັ້ນກໍຍັງເປັນການແລກປ່ຽນບົດຮຽນ ໃນ 4 ຂົງ ເຂດ ຄື:

1). ວຽກງານບໍາລຸງສ້າງຜູ້ພິພາກສາ ໂດຍສະເພາະຂັ້ນຕອນການຝຶກອົບຮົມ ການສ້າງຫຼັກສູດ ເອກະສານຝຶກອົບຮົມ ລວມທັງແຜນການຮ່ວມມືໃນຕໍ່ໜ້າ.

2). ວຽກງານກວດກາ ໂດຍສະເພາະແມ່ນການຄຸ້ມຄອງ ແລະ ຕິດຕາມກວດກາການປະຕິບັດໜ້າທີ່ຂອງ ພະນັກ ງານ-ລັດຖະກອນ ຜູ້ພິພາກສາ ແລະ ການຄົ້ນຄວ້າຄໍາຮ້ອງ ຄໍາສະເໜີຂອງພົນລະເມືອງ ທີ່ຕິດພັນກັບການປະຕິບັດໜ້າທີ່ຂອງພະນັກງານສານ.

3). ວຽກງານຄຸ້ມຄອງຜູ້ພິພາກສາ ໂດຍສະເພາະເງື່ອນໄຂການແຕ່ງຕັ້ງ ຍົກຍ້າຍ ປົດຕໍາແໜ່ງ ການຄຸ້ມຄອງຜູ້ພິພາກ ສາຢູ່ສານແຕ່ລະຂັ້ນ ການສອບເສັງ ເລື່ອນຊັ້ນ ທຽບຂັ້ນ ແລະ ການປະເມີນຜູ້ພິພາກສາ ໃນແຕ່ລະໄລຍະ.

4). ການດໍາເນີນຄະດີແພ່ງ ເຊິ່ງຈະໄດ້ແລກປ່ຽນກ່ຽວກັບກົນໄກ ລະບຽບການ ແລະ ວິທີການດໍາເນີນຄະດີແພ່ງ ຢູ່ສານປະຊາຊົນ ສສ ຫວຽດນາມ ເພື່ອເປັນຂໍ້ມູນໃນການ ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ຢູ່ ສປປ ລາວ ໃນອານາຄົດອັນໃກ້ນີ້.