ປ້ອງກັນເຫດຮ້າຍຈາກສັງຄົມອອນລາຍ

ໂດຍ: ວິເສດ ສະແຫວງສຶກສາ
ມື້ນີ້, ພວກເຮົາພາກັນຍິງສາຍຕາໄປໄກໆສູ່ໂລກວ້າງ ເພື່ອເບິ່ງບັນຫາທີ່ຫຼາຍປະເທດມີຄວາມກັງວົນໃຈເຖິງຂັ້ນຕ້ອງໄດ້ເອົາມາດຕະການຈຳເປັນ ເພື່ອກຳຈັດຂ່າວບິດເບືອນ, ຂ່າວບໍ່ມີມູນຄວາມຈິງທີ່ເຜີຍແຜ່ຜ່ານສື່ສັງຄົມອອນລາຍ. ຢູ່ເມືອງຮາງຊູ ແຂວງເຊຈຽງ (Hangzhou, Zhegjiang) ທາງການໄດ້ເອົາມາດຕະການລ້ຳໜ້າ ເພື່ອຄວບຄຸມບັນຫາຂັດແຍ່ງທີ່ພົວພັນກັບສື່ສັງຄົມອອນລາຍຜ່ານເຄືອຂ່າຍອິນເຕີເນັດ ໂດຍໄດ້ສ້າງຕັ້ງສານເພື່ອລົງເລິກແກ້ໄຂບັນຫາຂັດແຍ່ງທາງອິນເຕີເນັດ. ທີ່ຕ້ອງເລືອກເອົາເມືອງຮາງຊູເປັນທີ່ຕັ້ງຫ້ອງການສານອິນຕີເນັດເປັນແຫ່ງທຳອິດຂອງປະເທດ ກໍເພາະວ່າເມືອງນີ້ເປັນຈຸດໃຈກາງສຳຄັນຂອງອຸດສາຫະກຳເຕັກໂນໂລຊີ ແລະ ການດຳເນີນທຸລະກຳດ້ານການເງິນຜ່ານລະບົບອອນລາຍ. ແຕ່ຄຽງຄູ່ກັບຄວາມຈະເລີນກ້າວໜ້າດັ່ງກ່າວ ກໍເກີດມີບັນຫາຂັດແຍ່ງທີ່ພົວພັນກັບການໃຫ້ບໍລິການ ແລະ ການນຳໃຊ້ສື່ສັງຄົມອອນລາຍ. ສານອິນເຕີເນັດຂອງເມືອງຮາງຊູຮັບຜິດຊອບພິຈາລະນາແກ້ໄຂ 6 ບັນຫາຂັດແຍ່ງທາງແພ່ງ ແລະ ດ້ານການບໍລິຫານຂອງຕົວເມືອງ ເຊັ່ນຄະດີກ່ຽວກັບສິດທິໃນຊັບສິນທາງປັນຍາ ແລະ ການຄ້າຜ່ານລະບົບເອເລັກໂຕຼນິກ (ເອີ້ນວ່າ ອີ-ຄອມເມີດ – e-commerce). ນອກຈາກນັ້ນ ສານຍັງມີໜ້າທີ່ພິຈາລະນາແກ້ໄຂຄະດີທີ່ພົວພັນກັບເວບໄຊຕາມການມອບໝາຍຈາກສານຂັ້ນເທິງ. ທ່ານ ຊູຈຽງ (Zhou Qiang) ປະທານສານປະຊາຊົນສູງສຸດ ສປ ຈີນ ມີຄຳເຫັນກ່ຽວກັບການສ້າງສານອິນເຕີເນັດນີ້ວ່າ: “ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານກົດໝາຍຂອງບັນດາຄູ່ກໍລະນີ ແລະ ເພື່ອຮັບປະກັນການແກ້ໄຂບັນຫາຂັດແຍ່ງທາງອອນລາຍໃຫ້ມີປະສິດທິພາບສູງ”. ທາງເບື້ອງປະເທດຟີລິບປິນພຸ້ນ, ທ່ານປະທານາທິບໍດີ ໂຣດຼິໂກ ດູເຕັກເຕ ກໍໄດ້ລົງນາມປະກາດໃຊ້ກົດໝາຍອາຍາສະບັບປັບປຸງທີ່ກວມເອົາມາດຕະການລົງໂທດຕໍ່ຜູ້ເຜີຍແຜ່ຂ່າວບິດເບືອນ, ບໍ່ມີມູນຄວາມຈິງທີ່ທຳລາຍຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ທຳລາຍຜົນປະໂຫຍດ ແລະ ຄວາມໜ້າເຊື່ອຖືຂອງລັດ, ຍຸຍົງສົ່ງເສີມໃຫ້ຄົນລະເມີດກົດໝາຍ. ຜູ້ທີ່ມີຄວາມຜິດໃນກໍລະນີຂ້າງເທິງນີ້ ຈະຖືກຕັດອິດສະຫຼະພາບແຕ່ 1 ເດືອນກັບ 1 ວັນເຖິງ 6 ເດືອນ ແລະ ປັບໄໝເປັນເງິນແຕ່ 40.000 ຫາ 200.000 ເປໂຊ (ແຕ່ 782-3.909 ໂດລາສະຫະລັດ). ຢູ່ ສ.ເກົາຫຼີ ກໍມີຂ່າວກ່ຽວກັບການລົງໂທດຊາຍອາຍຸ 73 ປີ ທີ່ເຜີຍແຜ່ຂ່າວບໍ່ມີຄວາມຈິງຜ່ານສື່ສັງຄົມອອນລາຍວ່າ: ທ່ານນາງ ລີຮີໂຮ ອາຍຸ 94 ປີ ອະດີດສັດຕີໝາຍເລກໜຶ່ງ (ພັນລະຍາຂອງອະດີດປະທານາທິບໍດີ ກິດແດຈຸງ) ຈະແຕ່ງດອງກັບນັກຮ້ອງປະເພດ “ແຣບ” ຈາກສະຫະລັດຊື່ ດ໋ອກເຕີ ເດຼ (Dr Dre) ອາຍຸ 52 ປີ. ຜູ້ເຜີຍແຜ່ຂ່າວນີ້ຖືກປັບໄໝເປັນເງິນ 5 ລ້ານວອນ (ເກືອບ 5.000 ໂດລາສະຫະລັດ) ຍ້ອນຄວາມຜິດການໝິ່ນປະໝາດກຽດສັກສີຂອງຜູ້ເສຍຊີວິດ ແລະ ຜູ້ເສຍຫາຍ. ຢູ່ສະຫະພັນຣັດເຊຍ ສານໄດ້ຕັດສິນຄະດີສອງສາວຊື່ ອາລີອອນນາ ຊັບເຈັນໂກ ແລະ ອາລີນາ ອອກໂລວາ ດ້ວຍໂທດຈຳຄຸກ 4 ປີກັບ 3 ເດືອນ ແລະ 3 ປີກັບ 10 ວັນ ຕາມລຳດັບ ຍ້ອນຄະດີທໍລະມານສັດແລ້ວເຜີຍແຜ່ພາບຜ່ານສື່ສັງຄົມອອນລາຍ ເຊິ່ງໄດ້ສ້າງຄວາມແຕກຕື່ນ ແລະ ສະຍົດສະຫຍອງໃຈໃນສັງຄົມ. ເຫດການນີ້ເກີດຂຶ້ນລະຫວ່າງເດືອນ 6-8 ປີ 2016 ທັງສອງສາວໄດ້ຮ່ວມກັນຂ້າໝາ ແລະ ແມວຈຳນວນ 15 ໂຕ ດ້ວຍການທໍລະມານ ເຊັ່ນເຈາະຕາ, ລອກໜັງ, ຕັດແຂ່ງ-ຂາ ແລ້ວຈໍ່ຍິງ ຈາກນັ້ນກໍເອົາຕີນຢຽບສັດເຄາະຮ້າຍແບບປ່າເຖື່ອນ. ຄະດີນີ້ແກ່ຍາວມາເປັນເວລາ 1 ປີ ກ່ອນສານຈະຕັດສິນຂັ້ນເດັດຂາດໃນວັນທີ 26 ເດືອນສິງຫາປີນີ້. ນອກຈາກສອງສາວຜູ້ກໍ່ເຫດແລ້ວ ຊາຍໝຸ່ມມືກ້ອງທີ່ບັນທຶກພາບການທາລຸນສັດກໍຖືກຕັດສິນຈຳຄຸກເປັນເວລາ 3 ປີ. ສ່ວນພໍ່ແມ່ ແລະ ຜູ້ປົກຄອງຂອງສອງສາວກໍຖືກປັບໄໝເຊັ່ນກັນ ຖານມີຄວາມ “ບົກຜ່ອງໃນການອົບຮົມສັ່ງສອນພວກລູກໆ”.

