ແຈ້ງການ ຫາເຈົ້າຂອງລົດ 12 ຄັນພ້ອມນຳເອກະສານມາຢັ້ງຢືນ ພາຍໃນ 60 ວັນ ຖ້າກາຍກຳນົດຈະຖືກຢຶດເປັນຂອງຂອງລັດ

ກອງບັນຊາການ ປກສ ແຂວງວຽງຈັນ ອອກແຈ້ງການ ເຖິງພະນັກງານ, ທະຫານ, ຕໍາຫຼວດ, ພໍ່ຄ້າຊາວຂາຍ ຕະຫຼອດຮອດ ພໍ່-ແມ່ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ທີ່ເຄີຍມີພາຫະນະ (ປະເພດລົດຈັກ) ເສຍຫາຍຊາບ ວ່າ: ໃນຄັ້ງວັນທີ 7 ເມສາ 2023 ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງວຽງຈັນ ໄດ້ກັກລົດຈັກຈໍານວນ 12 ຄັນ ລາຍລະອຽດຄືດັ່ງລຸ່ມນີ້:

  1. ລົດຈັກຍີ່ຫໍ້ ຮອນດາ, ລຸ້ນເວບ 100, ສີແດງດໍາ (ບໍ່ຕິດປ້າຍທະບຽນ).

– ເລກຈັກ: NF100E8163488, ເລກຖັງ: NF1008163488.

  1. ລົດຈັກຍີ່ຫໍ້ ຮອນດາ, ລຸ້ນເວບ100, ສີແດງດໍາ, ຕິດປ້າຍທະບຽນ ຈຄ 3918 ວຽງຈັນ.

– ເລກຈັກ: NF100E8395268, ເລກຖັງ: NF100-8395268.

  1. ລົດຈັກຍີ່ຫໍ້ ຮອນດາ, ລຸ້ນເວບ100, ສີຂຽວດໍາ, (ບໍ່ຕິດປ້າຍທະບຽນ).

– ເລກຈັກ: HA15E2142530, ເລກຖັງ: RP2HA1500 JC142530.

  1. ລົດຈັກຍີ່ຫໍ້ ຮອນດາ, ລຸ້ນເວບ100, ສີຟ້າດໍາ (ບໍ່ຕິດປ້າຍທະບຽນ).

-ເລກຈັກ: NF100E 8271611, ເລກຖັງ: NF 100 – 8271611.

  1. ລົດຈັກຍີ່ຫໍ້ ຮອນດາ, ລຸ້ນເວບ100, ສີແດງດໍາ (ບໍ່ຕິດປ້າຍທະບຽນ).

-ເລກຈັກ: NF100L 8259982; ເລກຖັງ: NF100 8259982.

  1. ລົດຈັກຍີ່ຫໍ້ ຮອນດາ, ລຸ້ນເວບ 100 ສີຂຽວດໍາ, ຕິດປ້າຍທະບຽນ ຍຈ 2803 ກໍາແພງນະຄອນ.

– ເລກຈັກ: HA15E 2189212 ; ເລກຖັງ: ຖືກເຈຍລຶບເລກອອກ.

  1. ລົດຈັກຍີ່ຫໍ້ ຮອນດາ, ລຸ້ນເວບ 100, ສີຟ້າດໍາ (ບໍ່ຕິດປ້າຍທະບຽນ).

-ເລກຈັກ: NF 100 KE 0280153 ເລກຖັງ: NF 100K 0280153.

  1. ລົດຈັກຍີ່ຫໍ້ຮອນດາ, ລຸ້ນເວບ 100, ສີຟ້າດໍາ (ບໍ່ຕິດປ້າຍທະບຽນ)

-ເລກຈັກ: 2131474, ເລກຖັງ: RP2HA1500 JC 131474.

  1. ລົດຈັກຍີ່ຫໍ້ຮອນດາ, ລຸ້ນເວບ 100, ສີແດງດໍາ (ບໍ່ຕິດປ້າຍທະບຽນ).

– ເລກຈັກ: NF100E 8300733, ເລກຖັງ: NF100-8300733.

  1. ລົດຈັກຍີ່ຫໍ້ຮອນດາ, ລຸ້ນເວບ 100, ສີຂຽວຫົວເປັດ (ບໍ່ຕິດປ້າຍທະບຽນ).

-ເລັກຈັກ: HA15E 2405665, ເລກຖັງ: RP2HA 1500 NC 405665.

  1. ລົດຈັກຍີ່ຫໍ້ ຄາວາສະກິ, ລຸ້ນ Z 800, ສີດໍາ (ບໍ່ຕິດປ້າຍທະບຽນ).

ເລກຈັກ: ZRSOOAEA13523 ; ເລກຖັງ: JKBZR 800 AADA 09205.

ຜ່ານການກວດກາ, ເກັບກໍາຂໍ້ມູນຫລັກຖານຕົວຈິງຂອງເຈົ້າໜ້າທີີ່ ທີ່ກ່ຽວຂ້ອງ ເຫັນວ່າ: ລົດຈໍານວນ 12 ຄັນນີ້ ແມ່ນ ບໍ່ມີເອກະສານທະບຽນລົດ ທີ່ຢັ້ງຢືນເຖິງຄວາມຖືກຕ້ອງຕິດມານໍາລົດ ແລະ ຍັງບໍ່ສາມາດຮູ້ໄດ້ວ່າໃຜຄືເຈົ້າຂອງລົດຈັກ, ຖ້າຫາກເອກະສານຂອງທ່ານຖືກຕາມ ເລກຈັກ ແລະ ເລກຖັງ ລົດຄັນໃດໜຶ່ງໃນແຈ້ງການສະບັບນີ້ ໃຫ້ນໍາເອົາເອກະສານມາ ແຈ້ງຕໍ່ເຈົ້າໜ້າທີ່ວິຊາສະເພາະ ຢູ່ຫ້ອງຕໍາຫຼວດ ປກສ ແຂວງວຽງຈັນ ພາຍໃນກໍານົດ 60 ວັນ ນັບແຕ່ມື້ອອກແຈ້ງການສະບັບ ນີ້ເປັນຕົ້ນໄປ, ຖ້າຫາກກາຍກໍານົດຕາມແຈ້ງການສະບັບນີ້ຖືວ່າສະຫຼະສິດ ສ່ວນລົດຈັກຈໍານວນດັ່ງກ່າວຈະຖືກຢຶດເປັນຂອງລັດຕາມລະບຽບການ.

ດັ່ງນັ້ນ ກອງບັນຊາການ ປກສ ແຂວງວຽງຈັນ ຈຶ່ງໄດ້ແຈ້ງການມາຍັງພະນັກງານ, ທະຫານ, ຕໍາຫຼວດ, ພໍ່ຄ້າຊາວ ຂາຍ ຕະຫຼອດຮອດພໍ່-ແມ່ປະຊາຊົນບັນດາເຜົ່າເພື່ອຊາບ ຕາມເນື້ອໃນແຈ້ງການນີ້ດ້ວຍ.