ຍ້ອນຫຍັງນອນລັດແລງຈຶ່ງເຮັດໃຫ້ເຈັບຫົວ?

ເຄີຍໄດ້ຍິນຫລືບໍ່ວ່າ ຢ່ານອນລັດແລງ ຫລື ນອນສັບຫົວແລງ ມັນບໍ່ດີ ແລະ ມື້ນີ້ພວກເຮົາກໍມີຄວາມຮູ້ກ່ຽວກັບເລື່ອງນີ້ມານຳສະເໜີບັນດາທ່ານ.
ການນອນເວັນ ຫລື ເຊືອບຫລັບນັ້ນ ຄວນຫລັບຈັກນາທີ ຕື່ນມາຈຶ່ງຈະຮູ້ສຶກດີທີ່ສຸດ ? ການນອນເວັນ ຫລື ເຊືອບຫລັບພັກຜ່ອນໃນໄລຍະເວລາສັ້ນໆ ປຽບດັ່ງການຕື່ມພະລັງໃຫ້ຮ່າງກາຍ ແລະ ຟື້ນຟູສະໝອງໃຫ້ສົດຊື່ນ, ປັດຄວາມອ່ອນເພຍທີ່ສະສົມມາໝົດມື້ ເຊິ່ງໄລຍະເວລາທີ່ດີໃນການເຊືອບຫລັບກໍມີຕັ້ງແຕ່ 10 ນາທີ ໄປຈົນເຖິງ 90 ນາທີ ເຊິ່ງກໍຈະໃຫ້ຜົນແຕກຕ່າງກັນອອກໄປ, ແຕ່ທ່ານເຄີຍສົງໄສຫລືບໍ່ວ່າ ເປັນຫຍັງເວລານນອນຫລັບໃນຕອນແລງ ຫລື ນອນສັບຫົວແລງແລ້ວ ເມື່ອຕື່ນຂຶ້ນມາຕອນຫົວຄໍ່າ ຈະຮູ້ສຶກເຈັບຫົວທຸກເທື່ອ.
ການນອນລັດແລງ ຫລື ນອນສັບຫົວແລງ ແມ່ນການນອນໃນໄລຍະເວລາທີ່ປ່ຽນຈາກຕອນກາງເວັນເປັນຕອນກາງຄືນ ຫລື ທີ່ເຮົາເອີ້ນຫັນວ່າ ຕອນຫົວຄໍ່າ ເຊິ່ງຄຳເຕືອນທີ່ເຮົາມັກໄດ້ຍິນຈາກຜູ້ເຖົ້າຜູ້ແກ່ວ່າບໍ່ໃຫ້ນອນຫລັບໃນໄລຍະເວລານີ້ ອາດຈະເບິ່ງເປັນເລື່ອງຂອງຄວາມເຊື່ອ, ແຕ່ຄວາມຈິງແລ້ວກ່ຽວຂ້ອງກັບວິທະຍາສາດໂດຍກົງເລີຍ ເພາະການທີ່ເຮົານອນຫລັບໃນເວລານີ້ນັ້ນຈະເຮັດໃຫ້ຕື່ນມາແລ້ວບໍ່ສົດຊື່ນ ທັງຍັງໄດ້ອາການເຈັບຫົວຕາມມາເປັນຂອງແຖມນຳອີກ.
ທີ່ເປັນແບບນັ້ນກໍຍ້ອນວ່າການຫລັບໄປໃນຕອນກາງເວັນນັ້ນ ບັນຍາກາດພາຍນອກຍັງແຈ້ງສະຫວ່າງ ມີແສງແດດ, ແຕ່ເມື່ອເຮົາຕື່ນຂຶ້ນມາໃນຕອນຫົວຄໍ່າ ຫລື ຕອນຄ້າຍແລງ ທ້ອງຟ້າ ແລະ ບັນຍາກາດທີ່ເຄີຍແຈ້ງສະຫ່ວາງກໍປ່ຽນເປັນຄວາມມືດແທນ ເຮັດໃຫ້ລະບົບຕ່າງໆພາຍໃນຮ່າງກາຍຂອງເຮົາປັ່ນປ່ວນ ໂດຍສະເພາະລະບົບໄຫລວຽນເລືອດທີ່ຕ້ອງສັ່ງການໄປຫາສະໝອງເພື່ອປັບໂທນຂອງເລືອດໃຫ້ກົງຕາມໄລຍະເວລາ ແລະ ອຸນຫະພູມໃນຂະນະນັ້ນ ເຮັດໃຫ້ເກີດການຫົດ ແລະ ຂະຫຍາຍຕົວຂອງເສັ້ນເລືອດຢ່າງໄວວາ ຈາກຂະບວນການນີ້ຈະສົ່ງຜົນໃຫ້ເຮົາຮູ້ສຶກເຈັບຫົວ ແລະ ບໍ່ສົດຊື່ນ ເຖິງວ່າຈະນອນຫລັບໄປໃນໄລຍະເວລາທີ່ເໝາະສົມກໍຕາມ ອາການເຈັບຫົວບໍ່ສົດຊື່ນນີ້ອາດຈະຢູ່ດົນເປັນຊົ່ວໂມງ ຫລື ອາດຄົງຢູ່ໝົດຄືນເລີຍກໍມີ ເຊິ່ງໃນບາງຄົນທີ່ມີລະບົບພູມຕ້ານທານຕໍ່າກໍອາດຈະເຮັດໃຫ້ເຈັບປ່ວຍໄຂ້ໄດ້ນຳ.
ໄລຍະເວລາຕອນຫົວຄໍ່ານັ້ນ ເປັນໄລຍະທີ່ບໍ່ຄວນທີ່ຈະນອນຫລັບທີ່ສຸດ, ແຕ່ຖ້າໃຜຫລີກເວັ້ນບໍ່ໄດ້ ການນອນຫລັບໃຫ້ກົງຕາມວົງຈອນການນອນຫລັບ ຈະຊ່ວຍຫລຸດອາການເຈັບຫົວຫລັງຈາກຕື່ນນອນມາໄດ້ ໂດຍໃຫ້ນອນພຽງແຕ່ 1 ຊົ່ວໂມງ ຫລື 90 ນາທີ ການໄດ້ເຊືອບຫລັບພຽງເທົ່ານີ້ຈະເຮັດໃຫ້ສະໝອງໄດ້ພັກຢ່າງເຕັມທີ່, ຊ່ວຍຟື້ນຟູຄວາມຈື່ຈຳ ແລະ ຍັງເຮັດໃຫ້ຮ່າງກາຍສົດຊື່ນຫ້າວຫັນ ພ້ອມຕື່ນມາລຸຍຕໍ່ ຫລື ຖ້າຈະບໍ່ເຊືອບຫລັບເຖິງ 90 ນາທີ ກໍຄວນຈະຫລັບພຽງແຄ່ 10 – 20 ນາທີ ເທົ່ານັ້ນ ເພາະຮ່າງກາຍຍັງບໍ່ເຂົ້າສູ່ໄລຍະຫລັບເລິກ ຕື່ນມາຈະບໍ່ຄ່ອຍຮູ້ສຶກມຶນຫົວປານໃດ ທັງຍັງເປັນການຕື່ມພະລັງ ເຮັດໃຫ້ຮູ້ສຶກສົດຊື່ນຫລາຍຂຶ້ນນຳ. ນອກຈາກນີ້, ຫລັງຈາກຕື່ນມາແລ້ວໃຫ້ນອນນິ້ງໆປະມານ 5 ນາທີ ຢ່າຟ້າວລຸກ ຫລື ເຮັດຫຍັງ ປ່ອຍໃຫ້ຮ່າງກາຍຟື້ນຕົວປະມານ 3 – 5 ນາທີ ຈາກນັ້ນຈຶ່ງລຸກມາດື່ມນຳ້ຫລາຍໆ ເພື່ອເປັນການກະຕຸ້ນລະບົບໄຫລວຽນເລືອດ ກໍຈະຫລຸດອາການເຈັບຫົວລົງໄດ້.
ແນວໃດກໍຕາມ, ການນອນລັດແລງ ຫລື ນອນສັບຫົວແລງ ແລ້ວຕື່ນມາຕອນຫົວຄໍ່າ ມີໂອກາດເຮັດໃຫ້ຕື່ນມາແລ້ວຮູ້ສຶກເຈັບຫົວ, ບໍ່ສະບາຍຕົວຫລາຍກ່ວາຈະຕື່ນມາແລ້ວຮູ້ສຶກສົດຊື່ນ. ດັ່ງນັ້ນ, ຖ້າໃຜຮູ້ສຶກອ່ອນເພຍໃນຕອນຫົວຄໍ່າ ອາດຈະລອງໄປອາບນຳ້ ຫລື ລ້າງໜ້າໃຫ້ຮູ້ສຶກສົດຊື່ນແທນ ແລ້ວຄ່ອຍເຂົ້ານອນຕາມເວລາປົກກະຕິ ກໍຈະຊ່ວຍຕັດບັນຫາເລື່ອງການນອນລັດແລງແລ້ວຕື່ນມາເຈັບຫົວໄດ້.

