ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ ຮ່ວມກັບ ພະແນກສຶກສາທິການ ແລະ ກິລາ ແຂວງ ໄດ້ຈັດງານປະກວດສິລະປະ-ວັນນະຄະດີພື້ນບ້ານ ຂອງແຂວງ ປະຈໍາປີ 2023 ໃນລະຫວ່າງ ວັນທີ 23-24 ພຶດສະພາ 2023 ທີ່ໂຮງຮູບເງົາເກົ່າລາວຈະເລີນ ໂດຍມີ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ, ມີ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ມີບັນດາການນຊາແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ, ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ: ການຈັດງານຄັ້ງນີ້, ເປັນການຟື້ນຟູ ສິລະປະ-ວັນນະຄະດີ ແລະ ວັດທະນະທໍາທ້ອງຖິ່ນ ຂອງແຂວງສະຫວັນນະເຂດ.ໃນນັ້ນ, ສາຍມວນຊົນ: ມີຜູ້ເຂົ້າແຂ່ງຂັນ ທັງໝົດ 32 ຄົນ( ສາຍ ກ ປະເພດລໍາຄອນສະຫວັນ ແລະ ລໍາບ້ານຊອກ ມີ 14 ຄົນ, ສາຍ ຂ ລໍາຜູ້ໄທ ແລະ ລໍາຕັ່ງຫວາຍ ມີ 18 ຄົນ ຍິງ 7 ຄົນ); ສາຍນັກຮຽນສາມັນສຶກສາ: ປະເພດລໍາ 4 ຈັ່ງຫວະ ມີ 18 ຄົນ, ຍິງ 12 ຄົນ,ປະເພດເປົ່າແຄນ ມີ 10 ຄົນ, ຟ້ອນ 4 ຈັ່ງຫວະ ມີ 5 ພາກສ່ວນ, ກອງຕຸ້ມ-ກອງຫາງ ມີ 5 ພາກສ່ວນ. ນອກນີ້, ຍັງມີໝໍລໍາຮັງເຊີນ ພ້ອມບົດເພງແຕ່ງໃໝ່ ອີກຈໍານວນໜຶ່ງ.
ສໍາລັບລາງວັນ ໃນການແຂ່ງຂັນຄັ້ງນີ້, ລາງວັນທີ 1 ໄດ້ຮັບເງິນ 10 ລ້ານກີບ, ພ້ອມຂັນ 1 ໜ່ວຍ ແລະ ໃບກຽດຕິຄຸນ(ສ່ວນສາຍມວນຊົນ ແມ່ນບໍ່ມີຂັນ), ລາງວັນທີ 2 ໄດ້ຮັບເງິນ 7 ລ້ານກີບ ພ້ອມໃບກຽດຕິຄຸນ, ລາງວັນທີ 3 ໄດ້ຮັບເງິນ 5 ລ້ານກີບ ພ້ອມໃບກຽດຕິຄຸນ ແລະ ລາງວັນຊົມເຊີຍ ລາງວັນລະ 2 ລ້ານກີບ.