ໄລຍະ 2 ປີກວ່າ ໄອຍະການປະຊາຊົນແຂວງເຊກອງ ສາມາດແກ້ໄຂຄະດີອາຍາໄດ້ 183 ເລື່ອງ

ທ່ານ ອິນປອນ ວັນນີວົງຄໍາ ຮອງຫົວໜ້າອົງການໄອຍະການປະຊາຊົນ ແຂວງເຊກອງ ລາຍງານໃຫ້ຮູ້ວ່າ: ໃນໄລຍະ 2 ປີເຄິ່ງຜ່ານມາ ອົງການໄອຍະການປະຊາຊົນແຂວງ ແລະ ເຂດ ໄດ້ຮັບສໍານວນຄະດີອາຍາທັງໝົດ 186 ເລື່ອງ, ແກ້ໄຂສໍາເລັດ 183 ເລື່ອງ, ຖະແຫລງສັ່ງຟ້ອງໃຫ້ສານ 130 ເລື່ອງ, ສົ່ງຄືນໃຫ້ເຈົ້າໜ້າທີ່ 34 ເລື່ອງ, ສົ່ງພາກສ່ວນອື່ນ 3 ເລື່ອງ, ຊັດມ້ຽນ 11 ເລື່ອງ, ໂຈະ 4 ເລື່ອງ, ຍັງຄ້າງພວມສືບຕໍ່ແກ້ໄຂ 3 ເລື່ອງ. ພ້ອມນີ້ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ສິດສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ ແລະ ຖະແຫລງຄະດີອາຍາ ແລະ ຄະດີແພ່ງຕໍ່ສານ, ຕິດຕາມ, ກວດກາການປະຕິບັດກົດໝາຍໃນການຈັດຕັ້ງປະຕິບັດຄໍາຕັດສິນ ແລະ ການດໍາເນີນຄະດີຢູ່ສານ, ຢູ່ສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ຕິດຕາມ ແລະ ອອກຄໍາສັ່ງຕ່າງໆທັງໝົດ 1.332 ສະບັບ, ຕິດຕາມ, ກວດກາການຈັດຕັ້ງປະຕິບັດຄຳສັ່ງ, ຄໍາຕັດສິນ ຫລື ຄໍາພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ.

ໃນນີ້ມີຄະດີອາຍາ 285 ເລື່ອງ, ປະຕິບັດສຳເລັດ 18 ເລື່ອງ, ສົ່ງລົງເມືອງ 9 ເລື່ອງ, ສົ່ງພາກສ່ວນອື່ນ 6 ເລື່ອງ, ບໍ່ສາມາດປະຕິບັດ 28 ເລື່ອງ, ພວມປະຕິບັດ 224 ເລື່ອງ ແລະ ຄະດີແພ່ງ 127 ເລື່ອງ, ປະຕິບັດສຳເລັດ 12 ເລື່ອງ, ສົ່ງລົງເມືອງ 24 ເລື່ອງ, ບໍ່ສາມາດປະຕິບັດ 7 ເລື່ອງ, ພວມປະຕິບັດ 84 ເລື່ອງ ແລະ ຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ, ເກັບກໍາຂໍ້ມູນນັກໂທດ ເພື່ອເຮັດໃຫ້ວຽກງານກັກຂັງ, ກັກຕົວມີຄວາມໂປ່ງໃສ, ຮັກສາໄດ້ຄວາມມີມະນຸດສະທໍາຕໍ່ຜູ້ຖຶກຫາ ແລະ ນັກໂທດ.

ສຳລັບແຜນວຽກຈຸດສຸມໃນຕໍ່ໜ້າ ໄອຍະການປະຊາຊົນເຊກອງ ຈະສືບຕໍ່ປະຕິບັດພາລະບົດບາດ, ເພີ່ມທະວີການຕິດຕາມ, ກວດກາ ການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ ແລະ ການນຳໃຊ້ 7 ມາດຕະການສະກັດກັ້ນເຂົ້າໃນການດຳເນີນຄະດີ, ການປະຕິບັດກົດໝາຍໃນການດໍາເນີນຄະດີຢູ່ສານ, ການປະຕິບັດຄໍາຕັດສິນຂອງສານ, ການປະຕິບັດກົດໝາຍຂອງເຈົ້າໜ້າທີ່ຄ້າຍຄຸມຂັງ-ດັດສ້າງ ແລະ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ເພື່ອຮັບປະກັນຄວາມຖືກຕ້ອງ, ຍຸຕິທຳ, ໂປ່ງໃສ ແລະ ທັນກຳນົດເວລາທີ່ກົດໝາຍກໍານົດ, ປະຕິບັດກົນໄກການດໍາເນີນຄະດີຕາມຂະບວນການຍຸຕິທໍາ ແລະ ການດໍາເນີນຄະດີແບບຄົບວົງຈອນ, ທັງນີ້ເພື່ອຮັບ ປະກັນ “ຜູ້ກະທໍາຜິດຕ້ອງຖືກລົງໂທດ ແລະ ບໍ່ລົງໂທດຜູ້ບໍ່ໄດ້ກະທໍາຜິດ” ຕັ້ງໜ້າພັດທະນາບຸກຄະລາກອນໃຫ້ມີຄຸນນະພາບດ້ວຍການຍົກສູງຄຸນທາດການເມືອງໃຫ້ໜັກແໜ້ນ, ຍົກລະດັບຄວາມຮູ້-ຄວາມສາມາດ, ເຕັກນິກວິຊາການເຂົ້າໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການໄອຍະການປະຊາຊົນ ໂດຍສະເພາະແມ່ນການຄົ້ນຄ້ວາແກ້ໄຂຄະດີ ແລະ ຄຳຮ້ອງຕ່າງໆ ແຕ່ລະປີໃຫ້ບັນລຸ 95% ຂຶ້ນໄປ ແລະ ສານຕັດສິນເອົາຕາມຄຳຖະແຫລງຂອງອົງການໄອຍະການປະຊາຊົນບໍ່ໃຫ້ຫລຸດ 90%.

ຂ່າວ: ແຂວງເຊກອງ