ສະຫະພັນບານເຕະສະເປນຍົກເລີກໂທດແບນ ວິນີຊີອຸສ ເກມເສຍບາເລນເຊຍ ຈາກກໍລະນີ ດຣ່າມ່າຢຽດຜີວ ພ້ອມໃໝປັບເງິນ

ສະຫະພັນບານເຕະຂອງສະເປນ RFEF ໄດ້ປະກາດຍົກເລີກໃບແດງທີ່ ວິນີຊີອຸສ ປີກໂຕເກັ່ງຂອງ ເຣອັລ ມາດຣິດ ໄດ້ຮັບໃນຊ່ວງຕໍ່ເວລາບາດເຈັບໃນເຄິ່ງທີ່ສອງຂອງການແຂ່ງຂັນ ລາລິກາ ນັດຫລ້າສຸດທີ່ພວກເຂົາເສຍໃຫ້ ບາເລຍເຊຍ 0-1 ໃນວັນອາທິດທີ 21 ພຶດສະພາ.
ວິນີຊີອຸສ ໄດ້ຮັບໃບແດງຈາກການໃຊ້ມືຕົບຫນ້າ ຮູໂກ ດຸໂຣ ຂອງ ບາເລຍເຊຍ ໃນເຫດວຸ້ນວາຍໃນຕອນທ້າຍເກມທີ່ ວິນີຊີອຸສ ໄດ້ໃຈຮ້າຍຢ່າງແຮງ ຍ້ອນວ່າລາວຖືກແຟນບານບາເລຍເຊຍ ສະແດງທ່າທາງຢຽດຜີວ ຈົນກາຍເປັນປະເດັນຮ້ອນຈາກເກມດັ່ງກ່າວ.
ຢ່າງໃດກໍຕາມ, ຫລ້າສຸດ, ໃນວັນອັງຄານ, 23 ພຶດສະພາທີ່ຜ່ານມາ ສະຫະພັນບານເຕະສະເປນຍອມຮັບການຍື່ນອຸທອນການຍົກເລີກໃບແດງຂອງ ວິນີຊີອຸສ ຈາກ ເຣອັລ ມາດຣິດ ເປັນທີ່ຮຽບຮ້ອຍແລ້ວ ເຮັດໃຫ້ດາວເຕະຊາວບຣາຊິລ ອາຍຸ 22 ປີ ບໍ່ໄດ້ຖືກຫ້າມ ແລະ ສາມາດລົງຊ່ວຍທີມໃນເກມລີກໄດ້. “ລາຊາຊຸດຂາວ” ມີຄິວເປີດບ້ານຊານຕິອາໂກ ເບີນາເບວ ເພື່ອຮັບມືກັບ ຣາໂຢ ບາເລກາໂນ ໃນວັນພຸດທີ 24 ພຶດສະພານີ້.
ນອກຈາກນັ້ນ, ສະຫະພັນບານເຕະສະເປນ ຍັງໄດ້ປັບໃໝ ບາເລນເຊຍ ເປັນຈຳນວນ 45,000 ເອີໂຣ ແລະ ສັ່ງປິດບ່ອນນັ່ງບາງສ່ວນຂອງ ເມສຕາລາ (ບ່ອນຝັ່ງອັດສະຈັນທີ່ ວິນີຊີອຸສ ຖືກຢຽດຜີວ) ເປັນຈຳນວນ 5 ເກມ.

