ບູກາໂຢ ຊາກ້າ ຕໍ່ສັນຍາກັບ ອາເຊນອລ ພ້ອມຮັບເງິນຄ່າຈ້າງເພີ່ມກວ່າ 4 ເທົ່າ ກາຍເປັນນັກເຕະທີ່ໄດ້ຫລາຍທີ່ສຸດໃນທີມ
ບູກາໂຢ ຊາກ້າ ໄດ້ລົງນາມຕໍ່ສັນຍາກັບ ອາເຊນອລ ຢ່າງເປັນທາງການ. ພ້ອມຮັບເງິນເພີ່ມກວ່າ 4 ເທົ່າ ສົ່ງຜົນໃຫ້ກາຍເປັນນັກເຕະທີ່ໄດ້ຮັບຄ່າຈ້າງສູງສຸດໃນທີມທັນທີ.
ອາເຊນອລ ສະໂມສອນຊັ້ນນຳໃນ ພຣີເມຍລີກ ປະກາດຢືນຢັນເອົາ ບູກາໂຢ ຊາກ້າ ປີກທີມຊາດອັງກິດ ຕໍ່ສັນຍາໃນຖິ່ນ ເອມິເຣດ ສະເຕດ້ຽມ ອອກໄປຈົນຮອດລະດູຮ້ອນປີ 2027 ໃນວັນອັງຄານ 23 ພຶດສະພານີ້.
ນອກຈາກນີ້ “ປືນໃຫຍ່” ຍັງເພີ່ມຄ່າຈ້າງບວກໂບນັດໃຫ້ກັບ ຊາກ້າ ຈາກທີ່ເຄີຍໄດ້ຮັບກ່ອນນີ້ 70,000 ປອນ ຕໍ່ອາທິດເປັນ 300,000 ປອນ ຕໍ່ອາທິດ ຫລື ຫລາຍກວ່າເກົ່າເຖິງ 4 ເທົ່າກັນເລີຍ.
ການຕໍ່ສັນຍາດັ່ງກ່າວຍັງເຮັດໃຫ້ ຊາກ້າ ເປັນນັກເຕະທີ່ມີຄ່າຈ້າງສູງສຸດຂອງສະໂມສອນ ແຊງໜ້າ ກຣາບຣຽວ ເຊຊຸສ ກອງໜ້າຊາວບຣາຊິລ ທີ່ໄດ້ຮັບຄ່າຈ້າງ 265,000 ປອນ ຕໍ່ອາທິດ.

