ວິທະຍຸສາກົນ ຫວຽດນາມ ໄດ້ລາຍງານຂ່າວວ່າ: ກອງປະຊຸມ ສຸດຍອດ ປະຈຳປີ ກຸ່ມ 7 ພື້ນຖານ ອຸດສະຫະກຳ ພັດທະນາ ແຖວໜ້າໂລກ (G7) ໄດ້ຈັດຂຶ້ນ ໃນວັນທີ 19 ພຶດສະພາ 2023 ນະຄອນ ຮິໂຣຊິມາ ຂອງຍີ່ປຸ່ນ ເພື່ອປຶກສາ ຫາລື ແກ້ໄຂ ບັນດາ ບັນຫາ ທີ່ເຄັ່ງຮ້ອນ ໃນພາກພື້ນ ແລະ ທົ່ວໂລກ ເປັນຕົ້ນ: ດ້ານເຕັກໂນໂລຊີ ປັນຍາ ປະດິດ, ເງິນເອເລັກ ໂຕຣນິກ, ຕີລາຄາຄືນ ລະບົບ ສະໜອງ ແລະ ຊຸກຍູ້ ພະລັງງານ ສະອາດ, ລວມທັງ ນະໂຍບາຍ ບໍ່ນຳໃຊ້ ອາວຸດນິວເຄລຍ, ການປະທະກັນ ລະຫວ່າງ ຣັດເຊຍ ແລະ ອູແກຣນ ກໍ່ແມ່ນໜຶ່ງ ໃນບັນດາ ເນື້ອໃນ ປຶກສາ ຫາລື ທີ່ສຳຄັນ ໃນກອງປະຊຸມ ຄັ້ງນີ້ ຊຶ່ງຈະເປັນ ການພິສູດ ໃຫ້ເຫັນ ຄວາມສຳຄັນ ຂອງການຮ່ວມມື ຫລາຍຝ່າຍ ໃນການແກ້ໄຂ ບັນດາ ສິ່ງທ້າທາຍ ທີ່ເກີດຂຶ້ນ ໃນປັດຈຸບັນ