ມອບ​-ຮັບ ​ອັດຖິ​ທະຫານ​ອາສາ​ສະໝັກ ​​ແລະ ຊ່ຽວຊານ​ຫວຽດນາມທີ່​ເສຍ​ສະ​ຫລະຊີວິດ​ໃນ​ປາງ​ສົງຄາ​​ມຢູ່​ລ​າວກັບ​ຄືນ​ປະ​ເທດ

​ພິທີ​ ມອບ​-ຮັບ ​ແລະ ຈັດ​ສົ່ງ​ອັດຖິ​ທະ​ຫານ​ອາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫລະຊີວິດໃນສະໄໝສົງຄາມຢູ່ດິນແດນນະ​ຄອນ​ຫລວງວຽງ​ຈັນກັບຄືນສູ່ປະເທດ1 ອັດຖິ ຈັດຂຶ້ນວັນ​ທີ 19 ພຶດສະພາ 2023 ຢູ່​​ກອງ​ບັນຊາ​ການ​ທະຫານ​ນະຄອນຫລວງ​ວຽງ​ຈັນ, ​ໂດຍມີ​ສະຫາ​ຍ ພົນ​ຈັດຕະວາ ສີ​ພອນ ຈັນ​ສົມ​ວົງ ຫົວໜ້າຄະນະປະຕິບັດງານພິເສດ ນະຄອນຫລວງວຽງຈັນ, ມີທ່ານ ຫງວຽນ ຮົງ ລິ່ງ ຮອງປະທານຄະນະກຳມະການປະຊາຊົນແຂວງຮ່າຕິ້ງ (ຜູ້ປະຈຳການ), ມີສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຫົວໜ້າ​ການ​ເມືອງ​ກອງບັ​ນຊ​າການ​ທະຫານນະຄອນຫລວງ​ວຽງ​ຈັນ.

​    ​ພິທີດັ່ງກ່າວ​ພາກສ່ວນ​ຕ່າງໆ 9 ຄະນະ ກໍ​ໄດ້​ເຂົ້າ​ວາງ​ພວງ​ມະລາ​​ ​ເພື່ອເປັນການສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜົນງານ​ຄຸນງາມຄວາມດີ​ຂອງບັນດາສະຫາຍນັກຮົບວິລະ​ຊົນ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫລະຊີວິດ ເພື່ອພາລະກິດ​ອັນ​ສູງ​ສົ່ງ ​ເພື່ອຄວາມສົມບູນພູນສຸກ, ຄວາມເປັນເອກະລາດ, ຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວ ກໍຄື ການປະຕິບັດໜ້າທີ່ດ້ວຍນໍ້າໃຈສາກົນກຳມະຊີບອັນສູງສົ່ງຂອງບັນດາສະຫາຍນັກຮົບວິລະ​ຊົນ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ມາປະຕິບັດໜ້າທີ່ຢູ່ລາວ​ໃນ​ປາງ​ສົງຄາມ.

​    ໂດຍ​ປະຕິບັດ​ຕາມສັນຍາ​ຂອງ 2 ລັດຖະບານ ​ແລະ ບົດ​ບັນທຶກ​ຊ່ວຍ​ຈໍາ​ລະຫວ່າງ 2 ຄະນະ ປະຕິບັດ​ງານ​ພິ​ເສດ​ລາວ-ຫວຽດນາມ​ກ່ຽວ​ກັບ​ການ​ຊອກ​ຫາ ​ແລະ ຂຸດ​ຄົ້ນ​ອັດຖິ​ທະຫານ​ອາສາ​ສະໝັກ ​ແລະ ຊ່ຽວຊານ​ຫວຽດນາມ ທີ່​ເສຍ​ຊີວິດ​ໃນ​ປາ​ສົງຄາມ​ຢູ່​ລາວ ໂດຍສະເພາະ​ຢູ່​ນະຄອນຫລວງ​ວຽງ​ຈັນ, ເຊິ່ງໄດ້​ປະສານ​ງານ​ກັນ​ແໜ້ນລະຫວ່າງ​ຄະນະ​ປະຕິບັດ​ງານ​ພິ​ເສດຂອງ​ທະຫານ​​ນະ​ຄອນ​ຫລວງ​ວຽງ​ຈັນ ກັບ ​ຄະນະ​ປະຕິບັດ​ງານ​ພິ​ເສດ​ແຂວງຮ່າ​ຕິ່ງ ​ເລີ່​ມມາ​ແຕ່​ປີ 2000 ​ເຖິງ​ປີ 2022 ສາມາດຂຸດ​ຄົ້​ນ​ ໄດ້ 127 ອັດຖິ ​ແລະ ​ໄດ້​ມອບ-ຮັບ​ຈັດ​ສົ່ງ​ແລ້ວ, ສະ​ເພາະ​ປີ 2023 ນີ້ ໜ່ວຍ​ງານ​ຊອກ​ຄົ້ນ ​ແລະ ຂຸດ​ຄົ້ນ​ໄດ້​ລົງມື​ປະຕິບັດ​ນັບ​ແຕ່​ເດືອນ ມີນາ ​ຫາ​ເດືອນ ​ເມສາ ສາມາດ​ຂຸດ​ຄົ້ນ​ໄດ້ຕົວ​ຈິງ​ 1 ອັດຖິ ຢູ່ບ້ານດົງຄວາຍ ເມືອງໄຊທານີ ນະຄອນຫລວງວຽງຈັນ.