ຢຶດລໍ້ລົດ ແລະ ທໍ່ອາຍເສຍ ທີ່ດັດແປງສະພາບເຕັກນິກ 55 ຄັນ ພ້ອມທັງສຶກສາອົບຮົມເຈົ້າຂອງລົດ

ວັນທີ 19 ພຶດສະພາ 2023, ເຈົ້າໜ້າທີ່ກອງຮ້ອຍຕຳຫລວດຈະລາຈອນ ປກສ ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ມີການຢຶດລໍ້ລົດ ແລະ ທໍ່ອາຍເສຍ ປະເພດລົດຈັກທີ່ມີການດັດແປງສະພາບເຕັກນິກບໍ່ໄດ້ຮັບອານຸຍາດຜ່ານການເຄື່ອນໄຫວວຽກງານກວດກາສະກັ້ດກັ້ນປະກົດການຫຍໍ້ທໍ້ກຸ່ມແກ້ງກວນເມືອງ, ໂດຍສະເພາະແມ່ນປະເພດກຸ່ມແກ້ງລົດຈັກ ທີ່ມີການດັດແປງໃສ່ລໍ້ຂອບນ້ອຍ ເຊິ່ງມີຄວາມສ່ຽງທີ່ຈະເກີດອຸບປະຕິເຫດ, ສ່ວນທໍ່ອາຍເສຍກໍໄດ້ມີການດັດແປງໃຫ້ເກີດມີສຽງດັງເກີນຂອບເຂດ ສ້າງຄວາມເດືອດຮ້ອນລຳຄານໃຫ້ແກ່ພໍ່ແມ່ປະຊາຊົນ ແລະ ຜູ້ໃຊ້ລົດໃຊ້ຖະໜົນ ເຊິ່ງໄດ້ກຳນົດໄວ້ໃນ ມາດຕາ 163 ຂອງດຳລັດວ່າດ້ວຍກົດຂະລາຈອນທາງບົກສະບັບເລກທີ 615/ລບ, ລົງວັນທີ 09 ທັນວາ 2020 ແລະ ມາດຕາ 11, ມາດຕາ 12 ຂອງດໍາລັດ ວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຈະລາຈອນທາງບົກ ສະບັບເລກທີ 568/ລບ, ລົງວັນທີ 16 ກັນຍາ 2021.

ເຈົ້າໜ້າທີ່ຕຳຫລວດຈະລາຈອນ ປກສ ເມືອງວິລະບູລີ ສາມາດກວດພົບລົດຈັກທີ່ມີການດັດແປງສະພາບເຕັກນິກ 55 ຄັນ, ໂດຍສະເພາະແມ່ນ ລໍ້ຂອບນ້ອຍ ຈຳນວນ 110 ລໍ້ ແລະ ທໍ່ອາຍເສຍ ຈຳນວນ 55 ທໍ່.

ສຳລັບລົດຈັກທີ່ມີການດັດແປງສະພາບເຕັກນິກ ຈະມີການໃຫ້ທາງເຈົ້າຂອງລົດຊື້ອາໄຫລ່ (ທີ່ໄດ້ມາດຖາມຈາກໂຮງງານ) ມາປ່ຽນແທນ ອາໄຫລ່ທີ່ມີການດັດແປງສະພາບເຕັກນິກ ແລະ ໄດ້ມີການສຶກສາອົບຮົມ ແລ້ວມອບຄືນແກ່ເຈົ້າຂອງລົດ ເພື່ອບໍ່ໃຫ້ເອົາເປັນແບບຢ່າງ.