ຈີນແຊງໜ້າຍີ່ປຸ່ນໃນຖານະເປັນຜູ້ສົ່ງອອກລົດຫລາຍທີ່ສຸດ ໃນໄຕມາດທຳອິດຂອງປີນີ້

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 19 ພຶດສະພາ 2023 ຜ່ານມາ, ຈີນຂຶ້ນແຊງໜ້າຍີ່ປຸ່ນໃນຖານະເປັນຜູ້ສົ່ງອອກລົດ ທີ່ຫລາຍທີ່ສຸດຂອງໂລກໃນໄຕມາດທຳອິດຂອງປີນີ້ ໂດຍໄດ້ຮັບແຮງກະຕຸ້ນຈາກຄວາມຕ້ອງການຂອງລົດໄຟຟ້າ ແລະ ການສົ່ງມອບລົດໃຫຍ່ໄປສູ່ຣັດເຊຍ.
ອີງຕາມການລາຍງານຂອງສະມາຄົມຜູ້ຜະລິດລົດໃຫຍ່ແຫ່ງປະເທດຈີນ ການສົ່ງອອກລົດໃຫຍ່ຂອງຈີນ ໃນໄລຍະເດືອນມັງກອນຫາເດືອນມີນາ ໄດ້ເພີ່ມຂຶ້ນ 58% ເມື່ອທຽບໃສ່ປີກາຍເປັນ 1,07 ລ້ານຄັນ ແລະ ອີງຕາມສະມາຄົມຜູ້ຜະລິດລົດໃຫຍ່ໃນຍີ່ປຸ່ນ ຍີ່ປຸ່ນໄດ້ສົ່ງອອກລົດໃຫຍ່ 954,185 ຄັນ ໃນໄຕມາດດຽວກັນ ເພີ່ມຂຶ້ນ 6% ເມື່ອທຽບໃສ່ປີຜ່ານມາ.
ການສົ່ງອອກລົດໃຫຍ່ຂອງຈີນເຕີບໃຫຍ່ຢ່າງຕໍ່ເນື່ອງໃນໄຕມາດປັດຈຸບັນ ກຸ່ມອຸດສາຫະກໍາສຳລັບລົດໃຫຍ່ຄາດວ່າ ການສົ່ງອອກຈະເພີ່ມຂຶ້ນ 30% ຕະຫຼອດພາຍໃນປີນີ້ເປັນ 4 ລ້ານຄັນ.
ອ້າງອີງ: https://www.prachachat.net/world-news/news-1296519
จีนเผยยอดส่งออกรถยนต์ไตรมาสแรกโต 58.3% ขึ้นแท่นผู้ส่งออกรถยนต์รายใหญ่ของโลก ล้มญี่ปุ่นแชมป์เก่า
