ໃນໂອກາດເຄື່ອນໄຫວວຽກງານຢູ່ ແຂວງໄຊຍະບູລີ, ວັນທີ 18 ພຶດສະພາ 2023 ຜ່ານມາ, ທ່ານ ໄຊສົມພອນ ປະທານສະພາແຫ່ງຊາດລາວ ພ້ອມຄະນະ ໄດ້ລົງຢ້ຽມຢາມເມືອງບໍ່ແຕນ ໂດຍທ່ານໄດ້ເນັ້ນໃຫ້ການນໍາເມືອງ ເອົາໃຈໃສ່ ແກ້ໄຂບັນຫາຢາເສບຕິດ ໂດຍໃຫ້ປະຊາຊົນມີສ່ວນຮ່ວມ; ສືບຕໍ່ນໍາພາປະຊາຊົນໃນການປູກ-ການລ້ຽງ ໂດຍຫັນສູ່ເຕັກນິກໃໝ່, ນໍາໃຊ້ເຄື່ອງມືການຜະລິດທີ່ທັນສະໄໝ. ພ້ອມກັນນັ້ນ, ກໍຕ້ອງເອົາໃຈໃສ່ຢ່າງໜັກແໜ້ນຕໍ່ວຽກງານປກຊ-ປກສ ໂດຍສະເພາະແມ່ນຮັກສາຄວາມສະຫງົບຮອບດ້ານພາຍໃນເມືອງ ແລະ ຊາຍແດນ, ສືບຕໍ່ມີສະຕິລະວັງຕົວໃນການປ້ອງກັນຊາຍແດນ, ກໍາໃຫ້ໄດ້ທຸກບັນຫາກົນອຸບາຍອັນເລິກແລບ ຂອງກຸ່ມຄົນບໍ່ດີທີ່ຫວັງເຂົ້າມາປັ່ນປ່ວນໃສ່ຮ້າຍປ້າຍສີດ້ວຍຫລາຍຮູບການ; ເອົາໃຈໃສພັດທະນາສະຖານທີ່ທ່ອງທ່ຽວຕ່າງໆທີ່ມີຢູ່ພາຍໃນເມືອງ; ຄຸ້ມຄອງບັນດາດ່ານປະເພນີໃຫ້ດີ ເພື່ອຄຸ້ມຄອງການເກັບລາຍຮັບບໍ່ໃຫ້ຮົ່ວໄຫລ ແລະ ຈັດຕັ້ງເປັນກຸ່ມການຄ້າຕາມຊາຍແດນ ເພື່ອສະດວກໃນການຄຸ້ມຄອງລາຄຂອງສິນຄ້າ.
ທ່ານ ບຸນທອງ ວັນນາ ຮອງເຈົ້າເມືອງບໍ່ແຕນ ກໍໄດ້ລາຍງານວຽກງານທີ່ພົ້ນເດັ່ນໃນຕົ້ນປີ 2023 ໂດຍຍົກໃຫ້ເຫັນການຂະຫຍາຍຕົວຂອງເສດຖະກິດ ເປັນຕົ້ນ ນການຜະລິດສະບຽງອາຫານແມ່ນຍັງສາມາດກຸ້ມຕົນເອງໄດ້, ການລ້ຽງສັດໃຫຍ່ຍັງເປັນທ່າແຮງສໍາຄັນຂອງປະຊາ ຊົນ, ປັດຈຸບັນມີສັດລ້ຽງປະເພດງົວ-ຄວາຍ ທັງໝົດ 50 ພັນກວ່າໂຕ. ພ້ອມກັນນີ້, ການປູກພືດອຸດສາ ຫະກຳ ໂດຍສະເພາະແມ່ນມັນຕົ້ນ ມີເນື້ອທີ່ 3.500 ເຮັກຕາ, ເພີ່ມຂຶ້ນ 700 ກວ່າເຮັກຕາ ແລະ ປູກສາລີ 500 ເຮັກຕາ ໂດຍລວມແລ້ວຮອດປັດຈຸບັນ, ເສດຖະກິດຂອງເມືອງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໄປຕາມທິດທີ່ໄດ້ກຳນົດໄວ້, ພື້ນຖານເສດຖະກິດ ຂະແໜງກະສິກໍາຍັງກວມອັດຕາສ່ວນຫລາຍ, ລວມຍອດລາຍຮັບໃນທົ່ວເມືອງ ບັນລຸໄດ້ 364 ຕື້ກີບ.
ຈາກນັ້ນ, ທ່ານ ປະທານສະພາແຫ່ງຊາດ, ພ້ອມດ້ວຍ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງ ໄຊຍະບູລີ, ທ່ານ ບຸນທອງ ວັນນາ ຮອງເຈົ້າເມືອງ ບໍ່ແຕນ ພ້ອມດ້ວຍການນໍາທຸກພາກສ່ວນຂອງເມືອງກໍໄດ້ລົງກວດກາໂຄງການກໍ່ສ້າງຕ້ານເຈື່ອນແມ່ນ້ຳເຫືອງ ຈຸດໜອງຄອບ ບ້ານນາຂ່າ ເຊິ່ງມີຄວາມຍາວ 2.680 ແມັດ, ປັດຈຸບັນແມ່ນກຳລັງດຳເນີນການກໍ່ສ້າງ, ຢ້ຽມຢາມ ແລະ ຕິດຕາມໂຄງການສຳປະທານການພັດທະນາແຫລ່ງທ່ອງທ່ຽວ ນ້ຳຕົກຕາດຊະແນນ ແລະ ໄດ້ຮ່ວມປູກຕົ້ນໄມ້ ຕື່ມອີກ.