ຄວນຖອດຖອນບົດຮຽນກິລາບານເຕະນັດຊີງຊະນະເລີດ ໃນຊີເກມ 32 ກັບເຫດການວຸ່ຍວາຍທີ່ຈາລຶກໄວ້ເປັນປະຫວັດສາດ

ຈົບລົງແລ້ວສຳລັບການແຂ່ງຂັນເຕະບານທັງຍິງ ແລະ ຊາຍໃນງານມະຫະກຳກິລາ ຊີເກມຄັ້ງທີ 32 ທີ່ປະເທດກຳປູເຈຍ ເປັນເຈົ້າພາບ, ມີບາງປະເພດກິລາປະສົບຜົນສຳເລັດສາມາດຄວ້າຫລຽນຄຳຕາມຄວາມຫວັງທີ່ຕັ້ງໄວ້, ບາງປະເພດກິລາກໍບໍ່ສົມຫວັງ ແຕ່ກໍຖືເປັນບົດຮຽນເພື່ອປັບປຸງຕົນເອງໃນຄັ້ງຕໍ່ໄປ.
ສຳລັບກິລາບານເຕະເພດຍິງ ແມ່ນຫວຽດນາມໄດ້ຄອງຫລຽນຄຳ, ມຽນມາໄດ້ຫລຽນເງິນ ແລະ ຫລຽນທອງ ແມ່ນປະເທດໄທ, ສ່ວນກິລາບານເຕະເພດຊາຍຫລຽນຄຳ ແມ່ນອິນໂດເນເຊຍ, ໄທໄດ້ຫລຽນເງິນ ແລະ ຫວຽດນາມໄດ້ຫລຽນທອງ, ເຖິງຈະໄດ້ຫລຽນໃດກໍຕາມມັນແມ່ນຄວາມພາກພູມໃຈຂອງຄົນທັງປະເທດນັ້ນໆ.
ແຕ່ສິ່ງທີ່ຢາກເວົ້ານີ້ແມ່ນການແຂ່ງຂັນເຕະບານຊາຍນັດຊີງຊະນະເລີດຫຼືຊີງຫລຽນຄຳ ລະຫວ່າງອິນໂດເນເຊຍ ກັບ ໄທ ໃນຕອນຄ່ຳຂອງວັນທີ 16 ພຶດສະພາ 2023 ຜ່ານມາ, ຊິ່ງແມ່ນອິນໂດເນເຊຍ ຊະນະ ໄທ 5-2 ປະຕູ ໄດ້ຄອງຫລຽນຄຳໄປຄອງ, ຄືດັ່ງທີ່ຫລາຍຄົນໄດ້ຮູ້ໄດ້ເຫັນນຳກັນແລ້ວ, ແຕ່ກ່ອນຈະໄດ້ຫລຽນຄຳມາຄ້ອງຄໍນັ້ນບໍ່ແມ່ນຂອງງ່າຍ ຈົບ 90 ນາທີແລ້ວ ຕ້ອງຕໍ່ເວລາພິເສດອອກຕື່ມ 30 ນາທີ ເນື່ອງຈາກບໍ່ມີໃຜສາມາດເອົາຊະນະໄດ້ໃນເວລາດັ່ງກ່າວ ໄລຍະການເເຂ່ງຂັນເກມນີ້ ພັດມີເຫດການວຸ່ນວາຍທີ່ບໍ່ຄວນຈະເກີດຂື້ນ ແຕ່ມັນກໍ່ເກີດຂຶ້ນຈົນໄດ້ ເມື່ອນັກກິລາ ຄູຝຶກລວມທັງທີມງານຜູ້ຝຶກສອນໃສ່ອາລົມຕໍ່ກັນແຂ່ງຂັນຫລາຍຈົນເກີນໄປທັງສອງຝ່າຍ ຕ່າງຝ່າຍຕ່າງສະແດງອະການລັກສະນະເຢາະເຢີ້ຍໃສ່ກັນ ເມື່ອທີມຕົນເຕະເຂົ້າປະຕູ ຈົນເກີດເປັນການຈຸດຊະນວນເຖິງຂັ້ນລົງໄມ້ລົງມືຕໍ່ກັນເກີດຂຶ້ນສອງຄັ້ງ ຄື: ຄັ້ງທີ1 ເປັນຝ່າຍໄທເຕະເຂົ້າລູກຕີສະເໝີ 2-2 ທີມໄທໄດ້ແລ່ນໄປເຢີ້ຍຝ່າຍອິນໂດ ແລະ ຄັ້ງທີີ2 ແມ່ນຝ່າຍອິນໂດເນເຊຍ ເຕະເຂົ້າລູກທີ 3 ຂຶ້ນແຊງຝ່າຍໄທ ແລ້ວມີຄູຝຶກຝ່າຍອິນໂດໄປເຢີ້ຍໄທ ຈົນເກີດມີການປະທະກຳລັງກັນຂຶ້ນ. ເຫດການທັງສອງຄັ້ງຄະນະກຳມະການໃນສະໜາມເອົາບໍ່ຢູ່ ຈົນມີເຈົ້າໜ້າທີ່ຮັກສາຄວາມສະຫງົບປອດໄພຕ້ອງລົງໄປຄວບຄຸມສະຖານະການ, ຕະຫລອດການແຂ່ງຂັນແຕ່ຕົ້ນຈົນຈົບ ກຳມະການຕັດສິນໄດ້ໃຫ້ບັດແດງເຖິງ 7 ບັດ (5 ບັດສຳລັບທີມໄທ ແລະ 2 ບັດສຳລັບທີມອິນໂດເນເຊຍ) ເຊິ່ງເຫດການດຸເດືອດແບບນີ້ບໍ່ຄ່ອຍຈະເກີດມີໃຫ້ເຫັນດອກແມ່ນບໍ່ ຖືວ່າເປັນນັດຊີງຄັ້ງປະຫວັດສາດທີ່ມີເຫດການຮຸນແຮງແບບນີ້ເກີດຂຶ້ນ ແລະ ເຫດການນີ້ໄດ້ກາຍເປັນກະແສໂດ່ງດັງໃນທາງລົບ ແລະ ມັນໄດ້ກາຍເປັນບົດຮຽນອັນດີຍິ່ງຕໍ່ນັກກິລາຂອງປະເທດຕ່າງໆໃນບັນດາປະເທດອາຊຽນ ໂດຍສະເພາະຕໍ່ນັກກິລາເຕະບານຂອງຊາດລາວເຮົາຄວນໄດ້ຖອດຖອນບົດຮຽນຄັ້ງນີ້ໃຫ້ເລິກເຊິ່ງ ແລະ ຢັບຢັ້ງຊັ່ງໃຈ ບໍ່ໃຫ້ເກີດກໍລະນີແບບນີ້ກັບນັກກິລາລາວເຮົາ ເນື່ອງຈາກວ່າຜ່ານມາປາກົດການແນວນີ້ກໍ່ເຄີຍເກີດຂື້ນແລ້ວໃນຖັນແຖວກິລາບານເຕະລາວເຮົາທັງໃນລະດັບສະໂມສອນ ຫລື ລະດັບກິລາແຫ່ງຊາດ ເຮົາເປັນນັກກິລາ ຕ້ອງສະແດງອອກເຖິງນ້ຳໃຈອັນດີງາມຂອງນັກກິລາຕ້ອງຮູ້ຈັກຄຳວ່າເສຍ ແລະ ຊະນະ ຕ້ອງຮູ້ຈັກຍອມຮັບຄວາມເປັນຈິງຕໍ່ຜົນຂອງການແຂ່ງຂັນ ຢ່ານຳເອົາແບບຢ່າງອັນບໍ່ດີ ເສຍແລ້ວພານ ຊະນະແລ້ວເຢາະເຢີ້ຍ, ຢ່າໃຊ້ອາລົມເຂົ້າແກ້ໄຂບັນຫາເພາະມັນຈະນຳເອົາແຕ່ຜົນເສຍມາສູ່ຕົວເຮົາເອງ ແລະ ຕໍ່ປະເທດຊາດ.

