ເສັ້ນທາງ ໂຮງຮຽນປະຖົມສາທິດ-ຫໍພັກເກມ ຈະໄດ້ຮັບການແກ້ໄຂສະເພາະໜ້າໄວໆນີ້ ສ່ວນໄລຍະຍາວກຳລັງສະເໜີຂຶ້ນແຜນ

ວັນທີ 15 ພຶດສະພາ 2023 ນີ້ ປະຊາຊົນຜູ້ໃຊ້ລົດໃຊ້ຖະໜົນຜ່ານເສັ້ນທາງ ແຕ່ສາມແຍກເສັ້ນທາງດົງໂດກ ບໍລິເວນ ໂຮງຮຽນປະຖົມສົມບູນສາທິດ ໄປຫາ ຫໍພັກຊີເກມ ວິທະຍາເຂດດົງໂດກ ມະຫາວິທະຍາໄລແຫ່ງຊາດ ໄດ້ສ່ອງແສງວ່າມີສະພາບເປ່ເພ ເປັນບວກຂຸມໃຫຍ່ ແລະ ນ້ອຍຢັ່ງຢາຍກັນ ເຮັດໃຫ້ການສັນຈອນໄດ້ພົບຄວາມຫຍຸ້ງຍາກ ໂດຍສະເພາະໂມງເລັ່ງດ່ວນເຮັດໃຫ້ລົດຕິດ ແລະ ຍາມຝົນຕົກ, ຍາມກາງຄືນມາເສັ້ນທາງມືດ ສ່ຽງຕໍ່ການເກີດອຸບັດເຫດສູງ.

ໃນວັນດຽວກັນທີມຂ່າວໜັງສືພິມລາວພັດທະນາ ໄດ້ລົງພື້ນທີ່ຕິດຕາມເບິ່ງສະພາບຕົວຈິງ ພົບວ່າ ເສັ້ນທາງດັ່ງກ່າວມີສະພາບເປ່ເພ, ເປັນບວກຂຸມເລິກຢູ່ຫລາຍຈຸດ ໂດຍສະເພາະຈຸດຮອຍຕໍ່ລະຫວ່າງທາງໃຫຍ່ທີ່ເປັນທາງຄອນກຣີດ ເຂົ້າໄປເສັ້ນທາງດັ່ງກ່າວ ເປັນພັກຫຼຸບລົງຢ່າງເຫັນໄດ້ຊັດເຈນ, ຈຸດໜ້າໂຮງຮຽນມມັດທະຍົມສົມບູນສາທິດ ກໍມີບວກຂຸມເລິກກວມເອົາເລນໜຶ່ງ ແລະ ຈຸດເຊື່ອມຕໍ່ຢູ່ສາມແຍກຂຶ້ນໄປຫາເສັ້ນທາງອ້ອມມະຫາວິທະຍາໄລແຫ່ງຊາດ(ສະໜາມກິລາວິທະຍາເຂດດົງໂດກ) ມີຮອຍຄອນກຣີດສວດພົ້ນສູງກວ່າທາງປົກກະຕິ.

ປະຊາຊົນທີ່ຢູ່ເຂດໃຫ້ຄຽງ ໃຫ້ຮູ້ວ່າ: ເສັ້ນທາງດັ່ງກ່າວນີ້ເປ່ເພແກ່ຍາວມາເປັນເວລາດົນສົມຄວນ ເຖິງແມ່ນວ່າມີການສ້ອມແປງເປັນບາງຄັ້ງ ແຕ່ກໍຍັງເປ່ເພຢູ່ເປັນປະຈຳ

ຫຼ້າສຸດວັນທີ 17 ພຶດສະພາ 2023 ນີ້້ ທ່ານອຳຄາ ວົງພະຈັນ ຫົວໜ້າຂະແໜງຂົວທາງ ພະແນກ ຍທຂ ນະຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ພາກສ່ວນກ່ຽວຂ້ອງໄດ້ລົງ ຕິດຕາມກວດກາເບິ່ງສະພາບຄວາມເປັນຈິງ ປັດຈຸບັນກຳລັງຂຶ້ນແຜນ ແລະ ໄດ້ສະເໜີໄປຫາພະແນກແຜນການ ແລະ ການລົງທຶນແລ້ວເພື່ອລໍຖ້າຈັດຕັ້ງປະຕິບັດ, ໃນໄລຍະທີ່ລໍຖ້າຈັດຕັ້ງປະຕິບັດນີ້ເບື້ອງຕົ້ນຈະໃຫ້ໜ່ວຍງານປົກປັກຮັກສາໄປແກ້ໄຂສະເພາະໜ້າກ່ອນ ເມື່ອໄດ້ຮັບອະນຸມັດແລ້ວຈຶ່ງຈະລົງມືຈັດຕັ້ງປະຕິບັດ.